ເມື່ອບໍ່ດົນມານີ້, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຄືີອນໄຫວຕິດຕາມ ເພື່່ອໃຫ້ການຊຸກຍູ້ໂຮງຮຽນທີ່ໄດ້ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງຫາດຊາຍຟອງ ໃນໄລຍະທີ່ຜ່ານມາ ເຮັດໃຫ້ທາງໂຮງຮຽນຕ້ອງໄດ້ສັ່ງຢຸດໂຈະ ການຮຽນ-ການສອນ ຊົ່ວຄາວ ຈົນສະພາບນໍ້າບົກແຫ້ງຈຶ່ງກັບຄືນມາສູ່ການຮຽນ-ການ ສອນປົກກະຕິ ໃນນີ້ມີ 5 ແຫ່ງ ຄື: ໂຮງຮຽນ ມປາຍ ບ້ານຫ້ອມ ໂຮງຮຽນ ມສ ສົງ ໂຮງຮຽນ ມສ ສາລາຄໍາ ໂຮງຮຽນ ມປາຍ ທ່າເດື່ອ ແລະ ໂຮງຮຽນ ມສ ສິມມະໂນ
ຝນໂອກາດດັ່ງກ່າວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ມອບເງິນ ໃຫ້ ໂຮງຮຽນລະ 2 ລ້ານກີບ ລວມທັງໝົດ 10 ລ້ານກີບ ແລະ ນໍ້າດື່ມ ອີກຈໍານວນໜື່ງ ເພື່່ອໃຫ້ການຊຸກຍູ້ຊ່ວຍເຫຼືອ ແລະ ມອບໃຫ້ທາງໂຮງຮຽນໄດ້ນໍາໄປປະກອບເຂົ້າໃນວຽກງານ ເພື່ອສ້າງຂະບວນການອານາໄມ ທໍາຄວາມສະອາດຢູ່ພາຍໃນໂຮງ ຮຽນ.





