ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງເຈົ້າເມືອງໄຊຍະບູລີ ລົງຕິດຕາມລະດັບນໍ້າຂອງ ຢູ່ເຂດບ້ານປາກຮຸ່ງ

Sep 14, 2024

ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ພ້ອມ ດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງຕິດຕາມສະພາບລະດັບນ້ຳຂອງຢູ່ເຂດບ້ານປາກຮຸ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃນວັນທີ 12 ກັນຍາຜ່ານມາ ເພື່ອເປັນການເຝົ້າລະ ວັງ-ປ້ອງກັນບໍ່ໃຫ້ມີຜົນເສຍຫາຍເປັນວົງກວ້າງ ເນື່ອງຈາກປະລິ ມານນ້ຳຂອງໃນຕອນເໜືອຍັງມີທ່າອ່ຽງເພີ່ມຂຶ້ນສູງ ສາເຫດເນື່ອງຈາກທາງພາກເໜືອ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ແລະ ເຂື່ອນຕ່າງໆໄດ້ລະບາຍນ້ຳອອກ ເຮັດໃຫ້ນໍ້າຖ້ວມຢູ່ຫຼາຍແຂວງ.
ສໍາລັບເມືອງໄຊຍະບູລີ ມີບ້ານປາກຮຸ່ງ ແລະ ບ້ານຫ້ວຍຂົວຫຼວງ ໄດ້ຮັບຜົນກະທົບນ້ຳຖ້ວມເຮືອນຂອງປະຊາຊົນ ທີ່ຢູ່ພື້ນທີ່ຕ່ຳ ລຽບຕາມແຄມສາຍນ້ຳຕ່າງໆ ຊຶ່ງປັດຈຸບັນທາງຄະນະກຳມະ ການໄພພິບັດຂັ້ນເມືອງ ໄດ້ນໍາກໍາລັງທະຫານແຂວງ ສົມທົບກັບອົງການປົກຄອງບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບເພື່ອເກັບມ້ຽນເຄື່ອງຂອງຕ່າງໆ ແລະ ສັດລ້ຽງໄປໄວ້ໃນທີ່ສູງ.
ທ່ານຮອງເຈົ້າເມືອງ ໄດ້ຊີ້ນໍາໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານປາກຮຸ່ງ ຈົ່ງມີສະຕິ, ລະມັດ ລະວັງ, ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ພ້ອມທັງລາຍງານໃຫ້ຂັ້ນເທິງຮັບຊາບເປັນແຕ່ລະໄລຍະ.
ໃນໂອກາດດຽວກັນນີ້, ທ່ານ ນາງ ພິລາວັນ ອົງແກ້ວ ຍັງໄດ້ນຳເອົາເຄື່ອງບໍລິໂພກ ເປັນຕົ້ນ ນໍ້າດື່ມ, ໝີ່ ແລະ ປາກະປ໋ອງ ມອບໃຫ້ອ້າຍນ້ອງທະຫານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫວັດ
May be an image of 10 people and text