ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 23 ກໍລະກົດ 2025, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍພະແນກການ, ຄະນະກຳມະການຄຸ້ມຄອງໄພພິບັດຂັນແຂວງ ແລະ ເມືອງ ລົງກວດກາຜົນກະທົບຈາກໄພພິບັດ ນ້ຳຖ້ວມຊຸ ຢູ່ເມືອງຄູນ, ເຊິ່ງເຮັດໃຫ້ເຮືອນຊານຂອງປະຊາຊົນຖືກນ້ຳໄຫລຊຸ ເປ່ເພ, ເນື້ອທີ່ນາ, ເຄື່ອງປູກ ສັດລ້ຽງເສຍຫາຍ, ເສັ້ນທາງເປ່ເພ, ດິນເຈື່ອນຖົມທາງ ເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກ ພາຍໃນເທສະບານເມືອງຄູນ ມີ 4 ບ້ານໄດ້ຮັບຜົນກະທົບດ້ານທີ່ຢູ່ອາໄສ ມີ: ບ້ານສີພົມ, ເພຍວັດ, ນາສີ ແລະ ບ້ານໂພນແຍງ, ມີ 84 ຫລັງຄາເຮືອນ, ມີ 582 ຄົນ ປັດຈຸບັນໄດ້ຍ້າຍໄປບ່ອນທີ່ປອດໄພແລ້ວ.
ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງມີສະຕິ, ຕິດຕາມການຂຶ້ນລົງຂອງນ້ຳ, ຕີດຕາມອຸຕຸນິຍົມ ເພື່ອກຽມຮັບມືກັບໄພພິບັດ ນ້ຳຖ້ວມ, ດິນເຈື່ອນ ພ້ອມທັງໃຫ້ມີຄວາມສາມັກຕີແໜ້ນແຟ້ນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຕິດຕາມເຝົ້າລະວັງການລະບາດຂອງພະຍາດ ແລະ ຮັກສາສຸຂະພາບໃຫ້ແຂງແຮງ.
ພ້ອມນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກຈຳນວນໜຶ່ງ ເປັນຕົ້ນ ໝີ່ສຳເລັດຮູບ, ນ້ຳດື່ມ, ໄຂ່ ລວມມູນຄ່າ 13 ລ້ານກ່ວາກີບ ມອບໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ເພື່ອເປັນການແກ້ໄຂສຸກເສີນ ແລະ ເງິນສົດຈຳນວນ 20 ລ້ານກີບ ໃຫ້ເມືອງຄູນ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານແກ້ໄຂໄພພິບັດສຸກເສີນ ໃຫ້ທັນເວລາ.
ຂ່າວ: ບຸນມີ ແສງທຸມມີ


