ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງເຈົ້າແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມທີ່ເມືອງຈຳພອນ

Sep 16, 2024

ໃນວັນທີ 14 ກັນຍາ 2024 ການນຳແຂວງສະຫວັນນະເຂດໄດ້ລົງມາຕິດຕາມເບິ່ງສະພາບນ້ຳຖ້ວມທີ່ເມືອງຈຳພອນ, ນຳໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ.
ໃນການລົງມາຕິດຕາມເບິ່ງສະພາບນ້ຳຖ້ວມບ້ານໃນຄັ້ງນີ້, ທ່ານ ນາງ ແວວຕາ ອິນສົມບັດ ຮອງເຈົ້າເມືອງໆຈຳພອນ ໄດ້ລາຍງານສະພາບນ້ຳຖ້ວມຄັ້ງນີ້. ເມືອງຈຳພອນ ມີບ້ານທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມລວມມີ 21ບ້ານ, ມີ 6,057 ຄອບຄົວ, ເຮືອນປະຊາຊົນ 1,510 ຫຼັງຄາ, ມີຈຳນວນຄົນ 19,105 ຄົນ, ໃນນັ້ນມີເສັ້ນທາງຕັດຂາດມີ 06 ບ້ານຄື: ບ້ານ ໂນນວິໄລວັນ, ໂນນສີທັນ, ແກ້ງປູນ, ດົງຄຳໝື່ນ, ເພຍກ່າ ແລະ ບ້ານລຳບອງ, ໃນນັ້ນມີຜົນກະທົບທາງດ້ານກະສິກຳ ມີເນື້ອທີ່ທຳການຜະລິດນາປີ 6,919 ເຮັກຕາ, ມີ 5,667 ຄອບຄົວ, ມີລະບົບຊົນລະປະທານຖືກຖ້ວມ ແລະ ເສຍຫາຍ ມີ 23 ແຫ່ງ, ເສັ້ນທາງ ແລະຂົວຖືກເສຍຫາຍ ມີຢູ່ 10 ຈຸດ.
ໂຝ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ຍັງໄດ້ໃຫ້ຄະນະການນຳເມືອງເອົາໃຈໃສ່ໃນໄລຍະລະດູຝົນ, ຕິດຕາມລະດັບນ້ຳຢ່າງໃກ້ຊິດ ຕະຫຼອດ 24 ຊົ່ວໂມງ ແລະ ໃຫ້ປະກາດເຂດສຸກເສີນ ເພື່ອໃຫ້ພໍ່ແມ່ປະຊາຊົນກະກຽມຄວາມພ້ອມ, ອີກດ້ານຫນື່ງກໍເພື່ອຫຼຸດຜ່ອນຄວາມເສຍຫາຍ ຈາກນັ້ນການນຳຂັ້ນແຂວງຍັງໄດ້ມອບເງິນ 50,000,000 ກີບ, ພະແນກແຮງງານສະຫວັດດີການສັງຄົມ ໄດ້ມອບກະສອບ 2,000 ໜ່ວຍ, ມີມູນຄ່າ 6,000,000 ກີບ ໃຫ້ການນຳເມືອງຈຳພອນ,ໃນຄະນະດຽວກັນ ການນຳແຂວງ ຍັງໄດ້ສຶບຕໍ່ມອບກະພູຍ ຈຳນວນ 277 ໜ່ວຍໃຫ້ບ້ານແກ້ງກອກກາງ ຈາກນັ້ນ ການນຳເມືອງກໍໄດ້ລົງຕິດຕາມ ເບິ່ງສະພາບນ້ຳຖ້ວມ ແລະ ໄດ້ມອບກະສອບຮ່າຍດິນໃຫ້ 02 ບ້ານຄື: ບ້ານ ແກ້ງປູນ ແລະ ບ້ານ ລຳພັນ.