ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງເຈົ້າແຂວງໄຊຍະບູລີ ມອບເງິນຊ່ວຍເຫລືອຟື້ນຟູໄພພິບັດໃຫ້ເມືອງຊຽງຮ່ອນ

Sep 12, 2024

ວັນທີ 10 ກັນຍາ 2024, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະ ທານຄະນະກຳມະການ ຄຸ້ມຄອງໄພພິບັດ ຂັ້ນແຂວງໄຊຍະບູລີ ມອບເງິນໃຫ້ເມືອງຊຽງຮ່ອນ ແຂວງໄຊຍະບູລີ 20 ລ້ານກີບ ເພື່ອຟື້ນຟູໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 21 ສິງຫາຜ່ານມາ, ຊຶ່ງໄດ້ເຮັດໃຫ້ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດ, ເສັ້ນ ທາງ, ລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ ໄດ້ຮັບຜົນເສຍຫາຍຫລາຍກວ່າ 20 ຕື້ກີບ, ຊຶ່ງຕາງໜ້າຮັບໂດຍທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງໆຊຽງຮ່ອນ.
ໂອກາດນີ້, ທ່ານ ບຸນຈັນ ແກ້ວວິຊາ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກັບທ່ານຮອງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ໃນການຟື້ນຟູໄພພິບັດ ໃຫ້ອົງການປົກຄອງເມືອງ ແລະ ຈະນຳໃຊ້ເງິນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະຈະນຳໄປຊ່ວຍເຫລືອແກ່ຜູ້ໄດ້ຮັບຜົນກະທົບໄດ້ກັບມາໃຊ້ຊີວິດຕາມປົກກະຕິ ແລະ ຈະນໍາໃຊ້ແກ້ໄຂພາກສ່ວນອື່ນໆທີ່ຈຳເປັນ.