ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ນໍາພາຜູ້ຕາງໜ້າ ຈາກລັດຖະບານທີ່ໃຫ້ທຶນການ ແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ເຊັ່ນ: ການາດາ ອຽກລັງ ຍີ່ປຸ່ນ ສ.ເກົາຫຼີ ລຸກຊຳບວກ ນູແວນເຊລັງ ສ.ອາເມຣິ ກາ ພ້ອມດ້ວຍຄະນະຈາກສູນກາງ ເຂົ້າຢ້ຽມຄໍານັບທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໃນວັນທີ 8 ພະຈິກ 2023 ຢູ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາເຄື່ອນໄຫວຢ້ຽມຢາມໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ວັນທີ 8-10 ພະຈິກ 2023.
ໂອກາດນີ້ ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ນໍາພາຄະນະດັ່ງກ່າວ ເດີນທາງມາຢ້ຽມຢາມຊຽງຂວາງເພື່ອຕິດຕາມເບີ່ງການຈັດຕັ້ງປະຕິບັດໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງຄັ້ງນີ້ ທີ່ໄດ້ຮັບການທຶນສະໜັບສະໜູນຈາກປະເທດປະເທດດັ່ງກ່າວ ໂດຍຜ່ານອົງການສະຫະປະຊາຊາດ ເຊິ່ງໄດ້ຕິດພັນກັບບັນດາກິດຈະກຳຕ່າງໆຂອງໂຄງການ ເປັນຕົ້ນ ການກວດກູ້ ສະໜັບ ສະໜູນຊ່ວຍເຫຼືອ ໂຄສະນາເຜີຍແຜ່ຜົນຮ້າຍຈາກລະເບີດບໍ່ທັນແຕກໃຫ້ປະຊາຊົນບ້ານເປົ້າໝາຍ ລວມທັງການສ້າງຄວາມເຂັ້ມ ແຂງຢູ່ຂັ້ນບ້ານ ແລະ ອື່ນໆ ພ້ອມນີ້ທ່ານເຈົ້າແຂວງຊຽງຂວາງຍັງໄດ້ລາຍງານສະພາບລວມກ່ຽວກັບການພັດທະນາເສດຖະກິດ- ສັງຄົມຂອງແຂວງ ກໍຄືການເອົາໃຈຈັດຕັ້ງປະຕິບັດວຽກງານດັ່ງ ກ່າວຜ່ານມາໃຫ້ຄະນະດັ່ງກ່າວຊາບໂດຍສະເພາະການໂຄສະນາເຜີຍແຜ່ຜົນຮ້າຍຈາກລະເບີດບໍ່ທັນແຕກຢູ່ບ້ານເປົ້າໝາຍ ແລະ ອື່ນໆ.
ໂອກາດດຽວກັນ ທ່ານ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຕໍ່ທ່ານເຈົ້າແຂວງຊຽງຂວາງ ພ້ອມທັງລາຍງານ ແລະ ສະເໜີຈຸດປະສົ່ງຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມແຂວງຊຽງຂວາງຄັ້ງນີ້ໃຫ້ທ່ານເຈົ້າແຂວງຊາບຕື່ມອີກ.





