ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກຸດຈີນແມ່ນບຸນສຳຄັນທີ່ສຸດໃນຮອບໜຶ່ງປີສຳລັບປະຊາຊົນຈີນ. ບຸນກຸດ ຈີນໄດ້ແຝງຊ້ອນຄວາມໝາຍຕ່າງໆໄວ້ ເຊັ່ນ: ການພົບຫນ້າພໍ້ຕາກັນຢ່າງມີຄວາມສຸກ ຄວາມປອງດອງຂອງຄອບຄົວນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງ ແລະອື່ນໆ.
“ເຖິງວ່າຈະຢູ່ຕໍ່ໜ້າຈໍ, ແຕ່ຂ້າພະເຈົ້າຍັງສາມາດຮູ້ສຶກໄດ້ເຖິງກິ່ນອາຍຂອງບຸນກຸດຈີນທີ່ເຂັ້ມຂຸ້ນຢູ່ແຫ່ງຕ່າງໆໃນທົ່ວປະເທດ, ຮູ້ສຶກໄດ້ເຖິງຄວາມສຸກ ແລະ ຄວາມມ່ວນຊື່ນຂອງຜູ້ຄົນ, ໃຈຂອງຂ້າພະເຈົ້າກັບໃຈຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດແມ່ນຢູ່ນຳກັນຕະຫຼອດ.”
ນີ້ແມ່ນຄຳເວົ້າຈາກໃຈຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ທີ່ເວົ້ານຳປະຊາຊົນໃນເວລາ ພົບປະແລະຢື້ຢາມຖາມຂ່າວພະນັກງານແລະປະຊາຊົນຂັ້ນຮາກຖານຜ່ານທາງວິດີໂອ ຢູ່ນະຄອນ ຫຼວງປັກກິ່ງໃນວັນທີ 18 ມັງກອນີ 2023 ເນື່ອງໃນໂອກາດ ບຸນກຸດຈີນ 2023 ຈະໝູນວຽນມາເຖິງ.
ນັບຕັ້ງແຕ່ດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງຈີນເມື່ອປີ 2012 ເປັນຕົ້ນມາ, ເມື່ອບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງກໍຈະໄປຢ້ຽມຢາມແລະຢື້ ຢາມຖາມຂ່າວປະຊາຊົນຢູ່ແຫ່ງຕ່າງໆຂອງຈີນ. ຮອຍບາດຍ່າງຂອງທ່ານສີຈິ້ນຜິງ ເຄີຍໄປຮອດພາກຕາເວັນຕົກທີ່ຫ່າງໄກສອກຫຼີກ, ບ້ານຊົນນະບົດທີ່ທຸກຍາກກວ່າ ໝູ່ຢູ່ພາກໃຕ້ແລະພາກເໜືອຂອງຈີນ, ເຄີຍໄປຮອດຄ້າຍທະຫານແລະເຂດປ່າໄມ້ ທີ່ມີອຸນ ຫະພູມຕິດລົບ 30 ກວ່າອົງສາແລະປົກຄຸມໄປດ້ວຍຫິມະຂາວຈ່ານຜ່ານ, ທັງເຄີຍໄປຮອດບ້ານຊົນເຜົ່າສ່ວນໜ້ອຍທີ່ຢູ່ສູງກວ່າລະດັບໜ້ານ້ຳທະເລ 2.500 ແມັດ, ໄປຢາມເດັກນ້ອຍທັງຫຼາຍຢູ່ໂຮງລ້ຽງເດັກກຳພ້າ, ທັງມອບເຄື່ອງສະຫຼອງ ປີໃໝ່ໃຫ້ປະຊາຊົນຈຳນວນໜຶ່ງແລະຫໍ່ກ້ຽວນຳກັນເພື່ອສະຫຼອງປີໃໝ່.
ກ່ອນບຸນກຸດຈີນປີນີ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ສະແດງຄວາມຢື້ຢາມ ຖາມຂ່າວຄົນທັງຫຼາຍດ້ວຍຮູບແບບຜ່ານທາງວິດີໂອເປັນຄັ້ງທຳອິດ. ຮູບແບບນີ້ ເຮັດໃຫ້ເພິ່ນສາມາດເຫັນໄດ້ຫຼາຍບ່ອນກວ່າ ແລະໄດ້ພົບປະກັບປະຊາຊົນທີ່ຫຼາຍ ກວ່າ ພ້ອມທັງສົ່ງຄຳອວຍພອນໄຊອັນປະເສີດຂອງເພິ່ນໄປຍັງຄົນທັງຫຼາຍຜ່ານ ທາງວິດີໂອ. ທ່ານສີຈິ້ນຜິງກ່າວວ່າ: “ເມື່ອຮອດບຸນປີໃໝ່ຈີນ, ຂ້າພະເຈົ້າຍິ່ງຫ່ວງ ໃຍນຳພະນັກງານ ແລະປະຊາຊົນຢູ່ຂັ້ນຮາກຖານ.” ເພິ່ນໄດ້ຢື້ ຢາມຖາມຂ່າວພະນັກງານແພດໝໍທີ່ຢູ່ແນວໜ້າປ້ອງກັນການແພ່ລະບາດຂອງ ພະຍາດໂຄວິດ-19, ຜູ້ເຖົ້າຜູ້ແກ່ຢູ່ໂຮງລ້ຽງດູຜູ້ເຖົ້າ, ພະນັກ ງານວິສາຫະກິດ ສະໜອງອາຍແກັສແລະພະລັງງານ, ພະນັກງານແລະຜູ້ໂດຍສານຢູ່ນະຖານີລົດ ໄຟຄວາມໄວສູງ, ນັກທຸລະ ກິດແລະປະຊາຊົນຢູ່ຕະຫຼາດຂາຍສົ່ງຜະລິດຕະພັນ ກະສິກຳ ແລະປະຊາຊົນທັງຫຼາຍຢູ່ຊົນນະບົດ.