ຮັກສາການປະທານສານປະຊາຊົນແຂວງໄຊຍະບູລີ ລົງເຄື່ອນໄຫວເຮັດວຽກຢູ່ສານປະຊາຊົນເຂດ 3

ໃນຕອນເຊົ້າ ຂອງວັນທີ 09 ພຶດສະພາ 2025, ທ່ານ ກາດແກ້ວ ສັກດາວົງ ຮັກສາການປະທານສານປະຊາຊົນແຂວງໄຊຍະບູລີ, ພ້ອມດ້ວຍຄະນະທິມງານສານແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ສານປະຊາຊົນເຂດ 3 ໂດຍມີ ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນເຂດ 3 ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນສານປະຊາຊົນເຂດ 3 ເຂົ້າຮ່ວມທັງໝົດ ຈຳນວນ 21 ທ່ານ, ຍິງ 7 ທ່ານ.
ໃນໂອກາດນີ້ ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນເຂດ 3 ໄດ້ລາຍງານການເຄື່ອນໄຫວວຽກງານໂດຍສັງເຂບ ( ໄຕມາດ I ( 1-2-3 ) ປີ 2025 ແລະ ທິດທາງແຜນການຈຸດສຸມໄຕມາດ II ( 4-5-6 ) ປີ 2025 ), ສານປະຊາຊົນ ເຂດIII ແຂວງ ໄຊຍະບູລີມີຂອບເຂດຄວາມຮັບຜິດຊອບ ກວມເອົາ 4 ເມືອງເໜືອຂອງແຂວງ ໄຊຍະບູລີຄື: ເມືອງ ຫົງສາ, ເມືອງ ເງິນ, ເມືອງ ຊຽງຮ່ອນ ແລະ ເມືອງ ຄອບ, ມີພະນັກງານທັງໝົດ 16 ສະຫາຍ, ຍິງ 5 ສະຫາຍ, ໃນນີ້: ມີປະທານສານ 1 ສະຫາຍ, ຮອງປະທານສານ 2 ສະຫາຍ, ຜູ້ພິພາກສາ 3 ສະຫາຍ, ຫົວໜ້າຫ້ອງການ 01 ສະຫາຍ, ຜູ້ຊ່ວຍຜູ້ພິພາກສາ 05 ສະຫາຍ, ຈ່າສານ 1 ສະຫາຍ ແລະ ພະນັກງານວິຊາການ 3 ສະຫາຍ. ໃນ 3 ເດືອນຜ່ານມາ ສານປະຊາຊົນເຂດIII ແຂວງ ໄຊຍະບູລີ ມີຄະດີທັງໝົດ 13 ເລື່ອງ ໃນນີ້: ຄະດີຄ້າງມາ ມີ 1 ເລື່ອງ ເປັນຄະດີຄອບຄົວ, ຄະດີເຂົ້າມາໃໝ່ 12 ເລື່ອງ: ຄອບຄົວ 04 ເລື່ອງ, ອາຍາ 08 ເລື່ອງ, ລວມຄະດີທັງໝົດ 13 ເລື່ອງໃນນີ້: ຄະດີອາຍາ 08 ເລື່ອງ, ຄອບຄົວ 05 ເລື່ອງ, ເຊິ່ງໄດ້ແກ້ໄຂສໍາເລັດ 12 ເລື່ອງ: ຕັດສິນ 11 ເລື່ອງ ເປັນຄະດີອາຍາ 08 ເລື່ອງ, ຄອບຄົວ 03 ເລື່ອງ, ໄດ້ໄກ່ເກ່ຍ 01 ເລື່ອງ (ຄະດີຄອບຄົວ), ຍັງຄ້າງພວມດໍາເນີນເປັນຄະດີຄອບຄົວ 01 ເລື່ອງ. ສ່ວນທິດທາງແຜນການໃນຕໍ່ໜ້າສືບຕໍ່ເຮັດວຽກການເມືອງ – ແນວຄິດໃຫ້ສະມາຊິກ – ພັກພະນັກງານຫຼັກແຫຼ່ງໃຫ້ຕໍ່ເນື່ອງ, ສືບຕໍ່ເອົາໃຈໃສ່ພິຈາລະນາແກ້ໄຂຄະດີ ໃຫ້ສຳເລັດຕາມກຳນົດເວລາ, ຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທໍາ, ຫຼີກລ້ຽງການຂໍອຸທອນຈາກຄູ່ຄວາມ.
ຫຼັງຈາກນັ້ນກໍໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາຂອງທ່ານປະທານສານປະຊາຊົນສູງສຸດ ສະບັບເລກທີ 03, ລົງວັນທີ 30 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດທິດທາງແຜນການເຄື່ອນໄຫວວຽກງານ ຂອງສານປະຊາຊົນສູງສຸດ ປະຈຳປີ 2025, ມະຕິຂອງກອງປະຊຸມສະພາປະຊາຊົນ ແຂວງໄຊຍະບູລີວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງສານປະຊາຊົນເເຂວງກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2024 ເເລະ ທິດທາງເເຜນການ ປະຈຳປີ 2025, ຜົນສໍາເລັດຂອງກອງປະຊຸມໜ່ວຍພັກ ຂອງສານປະຊາຊົນ ແຂວງໄຊຍະບູລີ ແລະ ແນະນໍາວຽກງານບໍລິຫານ,ຈັດຕັ້ງ – ກວດກາ, ພ້ອມນີ້ຍັງໄດ້ແລກປ່ຽນບົດຮຽນ ທາງດ້ານວິຊາການ ແລະ ບໍລິຫານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມເອກະພາບກັນ. ຕອນທ້າຍຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳວຽກງານໃນຕໍ່ໜ້າຈາກທ່ານ ກາດແກ້ວ ສັກດາວົງ ຮັກສາການປະທານສານປະຊາຊົນແຂວງໄຊຍະບູລີ ຕື່ມອີກ.
ຂ່າວ-ພາບ: ຖວທ ຫົງສາ


