ຮັກສາການຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດລາວ.

ໃນວັນທີ 18 ເມສາ 2025, ທ່ານ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ, ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ; ທ່ານ ວິລັດສອນ ວິສອນນະວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສ. ສິງກະໂປ; ທ່ານ ສິດສັງຄົມ ສີສະເກດ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາຕາ, ສ. ອິນໂດເນເຊຍ ແລະ ທ່ານ ເຮືອນແກ້ວ ສັງສົມສັກ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.
ໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ບັນດາທ່ານທູດທີ່ຈະໄປປະຕິບັດໜ້າທີ່ໆສໍາຄັນ ເຊິ່ງເປັນປ້ອມດ່ານໜ້າໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ, ພ້ອມທັງ ໃຫ້ທິດຊີ້ນໍາຕໍ່ການພົວພັນກັບບັນດາປະເທດເພື່ອນມິດດັ່ງກ່າວ ໃນແຕ່ລະຂົງເຂດວຽກງານ ເພື່ອຍົກລະດັບການຮ່ວມມືທັງດ້ານພັກ ແລະ ດ້ານລັດ ໃຫ້ກ້າວສູ່ມິຕິໃໝ່. ນອກນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານການທູດປະຊາຊົນ ເພື່ອໃຫ້ບັນດາທ່ານທູດຊ່ວຍຊຸກຍູ້ວຽກງານດັ່ງກ່າວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ແລະ ອວຍພອນໃຫ້ບັນດາທ່ານທູດ ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໆໄດ້ຮັບມອບໝາຍ.
ໃນໂອກາດນີ້, ບັນດາທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາທິດຊີ້ນຳດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ແລະ ຈະພະຍາຍາມຢ່າງສຸດຄວາມສາມາດ ໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ໄດ້ຮັບຜົນສໍາເລັດສູງສຸດ ເພື່ອປົກປັກຮັກສາຜົນປະໂຫຍດຂອງປະເທດ ກໍຄື ເພື່ອຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.





