ໃນຕອນບ່າຍວັນທີ 25 ກໍລະກົດ 2025, ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ (Gerardo Peñalver Portal) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ກູບາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ບັນດາປະເທດໃນຂົງເຂດອາຊີ.
ໃນໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງພັກ, ລັດ ແລະ ປະຊາຊົນກູບາ ອ້າຍນ້ອງ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ; ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຂອງກູບາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ແລະ ສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງຕະຫລອດໄລຍະ 60 ກວ່າປີ. ພ້ອມນັ້ນ, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບພົ້ນເດັ່ນໃນການສ້າງສາພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃນຊຸມປີຜ່ານມາ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະທ້າຍສະໄໝ.

ໃນໂອກາດດັ່ງກ່າວ, ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາ ຂອງພັກ ປປ ລາວ, ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ແລະ ໄດ້ຍົກສູງບົດບາດ ຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນລາວ ຈົ່ງປະສົບຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ.
ສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ຊຶ່ງສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ, ຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາຕໍ່ການກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ມີຮ່ວມກັນໃນໄລຍະຜ່ານມາ ເພື່ອຊອກຫາທ່າແຮງໃນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ດ້ານການເມືອງ, ການສຶກສາ, ກະສິກໍາ, ສາທາລະນະສຸກ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ນອກຈາກນີ້, ສອງຝ່າຍຍັງເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.


