ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດຣາຊະອານາຈັກໄທ ປະຈໍາລາວ

Dec 19, 2024

ໃນວັນທີ 18 ທັນວາ 2024, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍຣະກົດ ສີສະ ຫວັດດີ ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາ ຈັກໄທ ປະຈໍາ ສປປ ລາວ.
ໃນໂອກສດນີ້, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລາວ-ໄທ ໃນໄລຍະຜ່ານມາ, ແຈ້ງໃຫ້ຊາບ ພາລະບົດບາດ ຂອງຄະນະພົວ ພັນຕ່າງປະເທດສູນກາງພັກ ໃນການເປັນເສນາທິການ ດ້ານການຕ່າງປະເທດ ໃຫ້ສູນກາງພັກ ປະຊາຊົນ ປະຕິວັດລາວ, ການພົວ ພັນດ້ານການທູດປະຊາຊົນ ກໍຄືວຽກງານສະມາຄົມມິດຕະ ພາບ ລາວ-ໄທ ຕະຫລອດໄລຍະ 3 ທົດສະວັດທີ່ຜ່ານມາ ທີ່ມີບົດບາດຂະຫຍາຍຕົວເປັນກ້າວໆ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ການ ສ້າງຄວາມເຂົ້າອົກເຂົ້າໃຈ, ການໄປມາຫາສູ່ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ພ້ອມທັງສະແດງຄວາມຍິນດີ ແລະ ໃຫ້ການສະໜັບສະໜູນທ່ານທູດ ໃນການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອພ້ອມກັນສືບຕໍ່ປະ ກອບສ່ວນ ເຂົ້າໃນການຊຸກຍູ້ ສາຍພົວພັນມິດຕະພາບ ລາວ-ໄທ ໃຫ້ນັບມື້ນັບມີການຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ໄທ.
ສອງຝ່າຍເຫັນດີເປັນເອກະພາບ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຕະຫລອດໄລຍະຜ່ານມາ ຊຶ່ງໃນປີ 2025 ນີ້ ຈະໄດ້ຮ່ວມກັນກະກຽມສະເຫລີມສະຫລອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໂດຍການສົ່ງເສີມກົນໄກການຮ່ວມມື ລະຫວ່າງສອງປະເທດດ້ວຍຫລາຍຮູບແບບ, ພິເສດ ແມ່ນການກະກຽມເປີດຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຊຶ່ງຈະກາຍເປັນຈຸດເຊື່ອມຕໍ່ໃໝ່ ຂອງປະຊາຊົນສອງຊາດ ໃຫ້ມີຄວາມໃກ້ຊິດ ແລະ ສະໜິດສະໜົມຍິ່ງຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ມໍຣະກົດ ສີສະຫວັດດີ ໄດ້ສະ ແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ບຸນເຫລືອ ພັນດານຸວົງ ທີ່ໄດ້ຮັບມອບໝາຍໜ້າທີ່ອັນສໍາຄັນ ໃຫ້ດໍາລົງຕໍາແໜ່ງເປັນຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການອັນອຸດົມສົມບູນຂອງທ່ານ ຈະສືບຕໍ່ຊຸກຍູ້ການປະສານສົມທົບ ລະຫວ່າງ ຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ສະຖານທູດໄທ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ໄທ-ລາວ ຖານບ້ານໃກ້ເຮືອນຄຽງ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ, ພາບ: ຄຕພ