ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ເອກອັກຄະລັດຖະທູດ ສ ເກົາຫຼີ

Feb 26, 2025

ໃນວັນທີ 26 ກຸມພານີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Jung Yung-Soo ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ.
ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ຮັບມອບໝາຍໜ້າທີ່ອັນສໍາຄັນໃຫ້ດໍາລົງຕໍາແໜ່ງເປັນຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊື່ອໝັ້ນວ່າດ້ວຍປະສົບການຂອງທ່ານຈະສືບຕໍ່ຊຸກຍູ້ການປະສານສົມທົບລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ສປປ ລາວ – ສ ເກົາ ຫຼີ ໃຫ້ໄດ້ຮັບການພັດທະນາ.
ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການຊົມເຊີຍຂອງ ທ່ານ ເອກອັກຄະລັດຖະທູດ ສ ເກົາຫຼີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະ ຫວ່າງສອງປະເທດ ສປປ ລາວ – ສ ເກົາຫຼີ ຕະຫຼອດໄລຍະ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຝ່າຍ ເປັນຕົ້ນແມ່ນຂົງເຂດສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ກະສິກຳ, ການພັດທະນາຊົນນະບົດ ແລະ ອື່ນໆ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງ ຍິນດີຈະຮ່ວມກັບ ທ່ານເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນພາຍໃນປະເທດ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ: ກົມ ອປອ, ຄຕພ; ພາບ: ແສງຈັນ
May be an image of 2 people, dais, temple and text