ຕອນບ່າຍວັນທີ 21 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຕ້ອນຮັບ ສະຫາຍ ນາງ ເອັກນາ ເວຍ ວາລເດດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).
ໃນໂອກາດນີ້, ທ່ານທູດກູບາ ໄດ້ສະແດງປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ມີໂອກາດມາຊົມເຊີຍ ແລະ ອວຍ ພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄຕພ ກໍຄື ສະມາຊິກ ພັກ ປປ ລາວ ທຸກຖ້ວນໜ້າ ທີ່ພວມຮ່ວມກັນຈັດງານສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ. ລັດຖະບານ ແລະ ປະຊາຊົນກູບາ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງປະເທດຂອງພວກເຮົາ ກໍຄື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານທູດ ຍັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເປັນຂົວຕໍ່ປະສານສົມທົບກັບບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນາງ ເອັກນາ ເວຍ ວາລເດດສ ທີ່ໄດ້ນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການສັງຄົມນິຍົມ ມາສູ່ ຄະນະພັກ-ຄະນະນໍາ ຄຕພ ກໍຄື ສະມາຊິກ ພັກ ປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ການປະສານສົມທົບ ແລະ ຮ່ວມມືກັນ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ ແລະ ກູບາ ກໍຄື ສະຖານທູດກູບາ ໃນໄລຍະຜ່ານມາ; ໄດ້ແລກປ່ຽນຄໍາຄິດເຫັນກັບ ສະຫາຍທູດກູບາ ກ່ຽວກັບທິດທາງການຮ່ວມມື ສອງພັກ, ສອງ ຄຕພ ໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ.



