ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ສປ ຈີນເຂົ້າອວຍພອນ ແລະ ມອບສານຊົມເຊີຍວັນສ້າງຕັ້ງພັກ ປປ ລາວ

ໃນຕອນບ່າຍຂອງວັນທີ 20 ມີນາ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າອວຍພອນ ແລະ ຕາງໜ້າໃຫ້ ຄະນະກໍາມະການສູນກາງພັກກອມ ມູນິດຈີນ ມອບສານຊົມເຊີຍ ເຖິງ ຄະນະບໍລິຫານງານສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ.
ໃນໂອກາດດັ່ງກ່າວ, ສະຫາຍທູດຈີນ ໄດ້ຊົມເຊີຍຕໍ່ຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາຊີ້ນໍາ ຂອງ ພັກ ປປ ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນປັດຈຸບັນ; ຕີລາຄາສູງ ຕໍ່ຜົນສໍາເລັດໃນການດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ ຂອງພັກ ປປ ລາວ ແລະ ການພົວພັນຮ່ວມມື ລະຫວ່າງ 2 ພັກ ລາວ-ຈີນ ໃນໄລຍະມໍ່ໆມານີ້ ແລະ ຢືນຢັນວ່າ ສະຖານທູດຈີນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາອວຍພອນ ຂອງສະຫາຍທູດ, ຕີລາຄາສູງ ຕໍ່ສານຊົມເຊີຍຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ຕາງໜ້າສູນກາງພັກ ສະແດງຄວາມຂອບໃຈ ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບພັກ, ລັດ ຖະບານລາວ ຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ; ທັງໄດ້ແຈ້ງໃຫ້ຝ່າຍຈີນຊາບ ກ່ຽວກັບ ສະພາບການທີ່ພົ້ນເດັ່ນວຽກງານພາຍໃນພັກ ປປ ລາວ, ໂດຍສະເພາະແມ່ນການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ທີ່ຈະເປີດຂຶ້ນໃນຕົ້ນປີ 2026.
ໃນການພົບປະ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນຢ່າງເລິກເຊິ່ງ ກ່ຽວກັບ ການຮ່ວມກັນເປັນເສນາທິການໃຫ້ແກ່ 2 ສູນກາງພັກ ລາວ-ຈີນ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ບັນດາແຜນການຮ່ວມມື ລະຫວ່າງ ສອງພັກ ປະຈໍາປີ 2025 ອີກດ້ວຍ.
ຂ່າວ: ຄຕພ, ພາບ: ແສງຈັນ




