ໃນຕອນບ່າຍຂອງ ວັນທີ 21 ມີນາ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັັບ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ແລະ ມອບສານອວຍພອນ ພ້ອມດ້ວຍກະຕ່າດອກໄມ້ ຂອງ ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ສົ່ງເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.
ໃນໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກ ປປ ລາວ ຕະຫຼອດໄລຍະເວລາ 70 ປີຜ່ານມາ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວ ຈະນໍາພາປະເທດຊາດ ແລະ ປະຊາຊົນລາວ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝທີ XI ຂອງພັກ ກໍຄື ການກະກຽມກອງປະຊຸມໃຫຍ່ ຂອງພັກ ສະໄໝທີ XII ໃນປີ 2026, ນໍາເອົາ ສປປ ລາວ ກ້າວສູ່ຄວາມຮຸ່ງເຮືອງ ຕາມທິດສັງຄົມນິິຍົມ ຢ່າງໜັກແໜ້ນ.
ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການມາອວຍພອນ ຂອງສະຫາຍທູດ ທີ່ໄດ້ຕາງໜ້າ ສູນກາງພັກແຮງງານເກົາຫຼີ ນໍາເອົາ ສານອວຍພອນ ພ້ອມກະຕ່າດອກໄມ້ອັນສວຍງາມຂອງ ການນຳສູງສຸດຂອງ ພັກ, ລັດ ສປປ ເກົາຫຼີ ມອບຜ່ານ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຍັງການນຳສູງສຸດຂອງພັກ, ລັດ ສປປ ລາວ ຊຶ່ງເປັນການໃຫ້ກໍາລັງໃຈອັນແຮງກ້າຕໍ່ ພັກ-ລັດຖະບານ ແລະ ປະ ຊາຊົນລາວບັນດາເຜົ່າ ໃນໂອກາດຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ, ພ້ອມນັ້ນ ສະຫາຍ ບຸນເຫຼືອ ພັນດານຸວົງ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ສປປ ເກົາຫຼີ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມື ແລະ ສະ ໜັບສະໜູນ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ສປປ ລາວ ໃນໄລຍະຜ່ານມາ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
ສອງຝ່າຍ ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ ໃນຕະຫຼອດໄລຍະຜ່ານມາ ແລະ ຢືນຢັນຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ລັດ ແລະ ປະຊາຊົນສອງຊາດ ສປປ ລາວ – ສປປ ເກົາຫຼີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ຂ່າວ: ແສງຈັນ




