ວຽກງານຮັບປະກັນພະລາທິການ ແມ່ນເປັນວຽກງານທີ່ສຳຄັນ ແລະ ຈໍາເປັນທີ່ສຸດ ໃຫ້ແກ່ການຄຸ້ມຄອງທັບ-ລ້ຽງດູທັບ ໂດຍສະ ເພາະ ຮັບປະກັນໃຫ້ນາຍ ແລະ ພົນທະຫານໄດ້ກິນເຂົ້າຄົບສາມຄາບ, ມີສຸຂະພາບແຂງແຮງ,ໃນການຫັດແອບຍິງລູກປືນແທ້ ປະ ຈຳປີ 2024 ຂອງກອງພັນໃຫຍ່ 643ມີຜົນສຳເລັດບັນລຸຕາມຄາດໝາຍທີ່ວາງໄວ້.
ສະຫາຍ ພັນໂທ ຂັນຕີ ພົມມະວົງ ຮອງຫົວໜ້າພະແນກພະລາ ທິການ ກອງພັນໃຫຍ່ 643 ຄະນະຮັບຜິດຊອບວຽກງານພະລາ ຢູ່ພາກສະໜາມ ໄດ້ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມແຜນການອົບຮົມຫັດແອບຍິງລູກປືນແທ້ ປະຈຳປີ 2024 ຂອງກອງພັນໃຫຍ່ 643 ກໍຄືທິດຊີ້ນໍາ ຫົວໜ້າພະແນກພະລາທິການກອງພັນໃຫຍ່ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ອັນສໍາຄັນດັ່ງກ່າວມີຜົນສໍາເລັດ, ຖືກຕ້ອງ ແລະ ຮອບດ້ານຕາມຫລັກວິຊາສະເພາະ ດັ່ງນັ້ນພະນັກງານ-ນັກຮົບວິຊາສະເພາະຂອງພະແນກພະລາທິການ ໄດ້ພ້ອມກັນຈັດຕັ້ງເຄື່ອນກໍາລັງເຂົ້າສະໜາມສະ ແດງຫັດແອບຍິງລູກປືນແທ້ ປະຈຳປີ 2024 ພ້ອມດ້ວຍພາຫະ ນະ, ວັດຖຸຮັບໃຊ້ຄົບຖ້ວນ ເຂົ້າຢຶດສະໜາມ ແຕ່ວັນທີ 12 ທັນ ວາ 2024 ເປັນຕົ້ນມາ.
ໃນນີ້ ໄດ້ມອບໝາຍແບ່ງວຽກໃຫ້ແຕ່ລະພາກສ່ວນ ເປັນເຈົ້າການໃນການຮັບປະກັນວຽກງານແຕ່ລະດ້ານຢ່າງລະອຽດ ເປັນຕົ້ນແມ່ນວຽກງານຮັບປະກັນໃຫ້ແກ່ການຄຸ້ມຄອງທັບ-ລ້ຽງດູທັບ ໄດ້ເອົາໃຈໃສ່ຮັບປະກັນໃຫ້ພະນັກ ງານ-ນັກຮົບຫັດແອບ ໄດ້ກິນເຂົ້າຄົບສາມຄາບ, ມີສຸຂະພາບແຂງ ແຮງ, ມີກໍາລັງກາຍແຂງແຮງໃນການຝຶກຊ້ອມ, ການປຸງແຕ່ງອາ ຫານແຊບນົວ, ສະອາດ, ຖືກຫລັກອະນາໄມ, ໄດ້ກິນເຂົ້າທັນຕາມກໍານົດເວລາ, ໄດ້ຈັດສັນບ່ອນພັກເຊົາໃຫ້ກໍາລັງຝຶກຊ້ອມເປັນລະບົບຄົບຊຸດ, ດ້ານວຽກງານອຸປະໂພກກໍໄດ້ເບີກຈ່າຍເຄື່ອງຢ່າງຄົບຖ້ວນຕາມອັດຕາຂັ້ນເທິງໄດ້ກໍານົດ ເພື່ອໃຫ້ກໍາລັງຫັດແອບ ໄດ້ໃສ່ເຄື່ອງຢ່າງເປັນລະບຽບຈົບງາມໃນການເຂົ້າຮ່ວມຫັດແອບ ສ່ວນວຽກງານຮັບປະກັນດ້ານເຕັກນິກພາກສະໜາມ ມີພາຫະນະຮັບໃຊ້ພຽງພໍໃນການຮັບໃຊ້ໃນສະໜາມ ພ້ອມນັ້ນ ວຽກງານເຊື້ອໄຟ ກໍເປັນພາກສ່ວນໜຶ່ງທີ່ມີບົດບາດສໍາຄັນໃນສະໜາມຫັດແອບ ມີການຈັດຕັ້ງສະໜອງນໍ້າມັນເຊື້ອໄຟຢ່າງພຽງພໍ ເພື່ອໃຫ້ການເຄື່ອນໄຫວຮັບໃຊ້ສະໜາມສາມາດໄປມາໄດ້ຢ່າງວ່ອງໄວ, ມີປະສິດທິພາບ ເຮັດໃຫ້ວຽກງານຖ່ວງທັນກັບເວລາ. ເວົ້າລວມແລ້ວວຽກງານຮັບປະກັນພະລາທິການພາກສະໜາມ ແມ່ນສາມາດເວົ້າໄດ້ວ່າ ມີຄວາມຮັບປະກັນໄດ້ຢ່າງຄົບຖ້ວນ 100%. ເພື່ອຮັບໃຊ້ໃນບັ້ນຫັດແອບຍິງລູກປືນແທ້ ປະຈຳປີ 2024 ນີ້ບັນລຸຄາດໝາຍສູງສຸດ.
ສະຫາຍ ພັນຕີ ສິງຄຳ ແສງພະຈັນ ເອື້ອຍລ້ຽງຢູ່ໃນພາກສະ ໜາມ ໃຫ້ຮູ້ວ່າ: ຫລັງຈາກໄດ້ຮັບການມອບໝາຍໜ້າທີ່ ຈາກຂັ້ນເທິງ ກໍຄືກົມກອງວາງອອກ ພວກເຮົາກໍໄດ້ເອົາໃຈໃສ່ ຈັດຕັ້ງຜັດປ່ຽນກັນປຸ່ງແຕ່ງອາຫານ 3 ຄາບຕໍ່ມື້ (ເຊົ້າ, ສວາຍ, ແລງ ) ເພື່ອຮັບປະກັນໃຫ້ອ້າຍນ້ອງໄດ້ກິນອາຫານທີ່ສະອາດ ສົດ ຮ້ອນ, ພ້ອມທັງຮັບປະກັນຖືກຕ້ອງຕາມຫລັກການອະນາໄມ ແນໃສ່ຮັບປະກັນໃຫ້ທຸກສະຫາຍ ມີສຸຂະພາບທີ່ດີ ແລະ ປະຕິບັດໜ້າທີ່ມີຜົນສຳເລັດຢ່າງຈົບງາມ.
ພາບ+ຂ່າວ: ຄຳໝັ້ນ ຄົງວິໄລ ຈໍ 643







