ຮັບຮອງບ້ານຄັນໝາກນາວ ເປັນບ້ານວັດທະນະທຳໃໝ່ ບ້ານທີ 23 ຂອງເມືອງສະໜາມໄຊ

ພິທີປະກາດຮັບຮອງເອົາ ບ້ານຄັນໝາກນາວ ເປັນບ້ານວັດທະນະທໍາໃໝ່ ບ້ານທີ 23 ຂອງເມືອງ ສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2025 ທີ່ບ້ານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ພູດອນ ຈູມມະລີ ຮອງເຈົ້າ ເມືອງສະໜາມໄຊ.
ທ່ານ ຄຳໝອນ ເພັດແກ້ວວົງສາ ເລຂາພັກບ້ານ ນາຍບ້ານຄັນໝາກນາວ ໄດ້ລາຍງານວ່າ: ບ້ານຄັນໝາກນາວ, ເປັນບ້ານໜຶ່ງ ທີ່ມີມູນເຊື້ອຫຼາກຫຼາຍທາງດ້ານວັດທະນະທຳ, ມີຊົນເຜົ່າຢູ່ຮ່ວມກັນ 6 ເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າໂອຍ, ເຜົ່າເຈັງ, ເຜົ່າເບຮົາ ແລະ ເຜົ່າຢຣູ. ພາຍໃນບ້ານມີຄວາມສາມັກຄີ ເປັນອັນໜຶ່ງອັນດຽວກັນ, ພໍ່ແມ່ປະຊາຊົນ ມີມູນເຊື້ອຕໍ່ສູ້ພິລະອາດຫານ, ມາຮອດໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ບ້ານ ຄັນໝາກນາວ ກໍ່ໄດ້ປະຕິບັດແຜນພັດທະນາຂອງຂັ້ນເທິງ ຢ່າງຕັ້ງໜ້າຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກ, ບ້ານຄັນໝາກໜາວ ເປັນບ້ານໜຶ່ງທີ່ຂື້ນກັບເຂດຫາດຊາຍສູງ-ສົ້ມປ່ອຍ, ມີທັງໝົດ 123 ຄອບຄົວ, ມີພົນລະເມືອງ 500 ຄົນ, ຍິງ 311 ຄົນ, ມີເນື້ອທີ່ຂອງບ້ານມີ 2,800 ເຮັກຕາ, ເນື້ອທີ່ທໍາການຜະລິດ 1,875 ເຮັກຕາ, ອາຊີບປະຊາຊົນພາຍໃນບ້ານ 85% ຂື້ນໄປ ແມ່ນຊາວນາ, ມີແຮງງານສົມບູນ 257 ຄົນ, ຍິງ 116 ຄົນ, ມີແຮງງານສໍາຮອງ 54 ຄົນ, ຍິງ 220 ຄົນ,
ທົ່ວບ້ານມີຄອບຄົວພົ້ນທຸກ 87 ຄອບຄົວ, ຄອບຄົວພັດທະນາມີ 18 ຄອບຄົວ ແລະ ຄອບຄົວທຸກຍາກມີພຽງ 5 ຄອບຄົວ, ບ້ານຄັນໝາກນາວ, ມີຄອບຄົວທີ່ໄດ້ຜ່ານການປະເມີນມາດຕະຖານການສ້າງຄອບຄົວວັດທະນະທຳ, ຕາມ 3 ມາດຕະ ຖານ, 23 ຕົວຊີ້ວັດ, ມີຈໍານວນ 107 ຄອບຄົວ, ກວມເອົາ 86% ຂອງຄອບຄົວທັງໝົດ, ຍັງຄ້າງພຽງແຕ່ 16 ຄອບຄົວ ແລະ ປະເມີນບ້ານຕາມມາດຕະຖານການສ້າງບ້ານວັດທະນະທໍາ, ຕາມ 4 ມາດຕະຖານ, 26 ຕົວຊີ້ວັດ, ຄະແນນລວມ 90 ຄະແນນ, ເທົ່າກັບ 90% ສາມາດບັນລຸຕາມມາດຕະຖານການສ້າງຄອບຄົວ ແລະ ບ້ານວັດທະນະທໍາໃໝ່ປີ 2024.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້່ແຂວງ ວ່າດ້ວຍການອະນຸມັດຮັບຮອງເອົາບ້ານວັດທະນະທໍາໃໝ່ ແລະ ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການອະນຸມັດຮັບຮອງເອົາຄອບຄົວວັດທະນະທໍາໃໝ່, ໂອກາດດັ່ງກ່າວໄດ້ມອບໃບຢັ້ງຢືນຄອບຄົວ ແລະ ບ້ານຄັນໝາກນາວ ເປັນບ້ານວັດທະນະທຳໃໝ່.
ຈາກນັ້ນຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮ່ວມກັນເປີດປ້າຍ ພ້ອມລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນຂອງການປະກາດຮັບຮອງເອົາບ້ານ ຄັນໝາກນາວ ເປັນບ້ານວັດທະນະທໍາໃໝ່ ບ້ານທີ 23 ຂອງເມືອງ ສະໜາມໄຊ ແລະ ບ້ານທີ 113 ຂອງແຂວງອັດຕະປື ຢ່າງສົມກຽດ.
Cr. ສິດຕິພອນ






