ຮັບຮອງບ້ານລະແຊງ ແລະບ້ານ ປະຈູເຈີນ ເມືອງຕະໂອ້ຍ ເປັນບ້ານວັດທະນະທໍາໃໝ່

ໃນຕອນເຊົ້າວັນທີ 26 ທັນວານີ້. ຫ້ອງການຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງ ຕະໂອ້ຍ.ຈັດພິທີ່ປະກາດຮັບຮອງເອົາ 2 ບ້ານເປັນບ້ານວັດທະນະທຳຄື: ບ້ານລະແຊງ ແລະ ບ້ານປະຈູເຈີນ, ພິທີ່ໄດ້ຈັດຂື້ນຢູ່ໂຮງຮຽນປະຖົມສົມບູນ ບ້ານລະແຊງ; ໂດຍການເປັນປະທານຂອງທ່ານ ທິດວາ ເລຂາພັກ ບ້ານລະແຊງ.
ໃນພິທີ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆຕະໂອ້ຍ, ສະບັບເລກທີ;261/ຈມ,ຕອ,ລົງວັນທີ 5/11/2024 ວ່າດ້ວຍ: ຕົກລົງໃຫ້ຫ້ອງການ ຖວທ ເມືອງ ຕະໂອ້ຍ ຈັດພິທີ່ປະກາດບ້ານລະແຊງ ແລະ ບ້ານປະຈູເຈິນເປັນບ້ານວັດທະນະທໍາ, ທ່ານ ເລຂາພັກບ້ານລະແຊງ ກໍ່ໄດ້ຕ່າງໜ້າ 2 ບ້ານ ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດສ້າງບ້ານວັດທະນະທໍາທັງ 2 ບ້ານ.ທັງ 2 ບ້ານລວມມີ 170 ຄອບຄົວ, ມີພົນລະເມືອງທັງໝົດ 1.108 ຄົນ ຍິງ 200 ຄົນ ປະກອບມີ 1 ຊົນເຜົ່າຄື: ຊົນເຜົ່າກະຕ່າງ, ປະຊາ ຊົນສ່ວນໃຫຍ່ຢຶດຖືອາຊີບຖ່າງປ່າເຮັດໄຮ,ປູກຝັງ-ລ້ຽງສັດເປັນອາຊີບສຳຮອງ. ຜ່ານການຈັດຕັ້ງປະຕິບັດການສ້າງຄົນ, ຄອບຄົວ ແລະ ບ້ານວັດທະນະທໍາໃໝ່ ແຕ່ຕົ້ນປີ 2023-2024.ມາຮອດປະຈຸບັນ ສາມາດປະເມີນຄອບຄົວ ຫຼື ບ້ານ ທີ່ປະຕິບັດໄດ້ຕາມມາດຖານ – ເງື່ອນໄຂຂອງຄອບຄົວ ແລະ ບ້ານວັດທະນະທໍາໃໝ່ ໃນຈໍານວນ 137 ຄອບຄົວ, ຊຶ່ງບັນລຸໄດ້ 90,90% ຂອງຈໍານວນຄອບຄົວທັງໜົດ, ດ້ວຍເງື່ອນໄຂ ແລະ ຄວາມເປັນໄປໄດ້ໃນຈໍານວນບ້ານ 2 ດັ່ງກ່າວ ແມ່ນມີເງື່ອນໄຂ ພຽງພໍທີ່ຈະປະກາດຮັບຮອງໃຫ້ເປັນບ້ານວັດທະນະທໍາໃໝ່ໄດ້.
ໄລຍະຜ່ານມາ, ອົງການປົກຄອງບ້ານທັງ 2 ບ້ານໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ, ເປັນເຈົ້າການຕໍ່ວຽກງານປ້ອງກັນຊາດ (ປກຊ) – ປ້ອງກັນຄວາມສະຫງົບ (ປກສ) ຖືເປັນວຽກທົ່ວປວງຊົນຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ. ຄະນະພັກ, ອົງການປົກຄອງທັງ 2 ບ້ານໄດ້ເອົາໃຈໃສ່ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສ້າງເສດຖະກິດຄອບ ຄົວແກ້ໄຂຄວາມທຸກຍາກ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເທື່ອລະກ້າວ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆຕະໂອ້ຍວ່າດ້ວຍ: ຕົກລົງຮັບຮອງເອົາຄອບຄົວວັດທະນະທໍາຈໍານວນ 137 ຄອບຄົວ.ຄື:ບ້ານປະຈູເຈີນຈໍານວນ 60 ຄອບຄົວ ແລະ ບ້ານລະແຊງຈໍານວນ 119 ຄອບຄົວ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສາລະວັນເລກທີ 450,451/ຈຂ/ຈຂ,ສວ,ລົງວັນທີ 30/5/2024ວ່າດ້ວຍ:ການຮັບຮອງເອົາບ້ານປະຈູເຈີນ ເມືອງຕະໂອ້ຍ ເປັນບ້ານວັດທະນະທໍາອັນດັບທີ31 ຂອງເມືອງ ແລະ ອັນດັບທີ 350ຂອງແຂວງໃນສົກປີ2024,ແລະ ຮັບຮອງເອົາບ້ານລະແຊງ ເມືອງຕະໂອ້ຍ ເປັນບ້ານວັດທະນະທໍາອັນດັບທີ32 ຂອງເມືອງ ແລະ ອັນດັບທີ 351 ຂອງແຂວງໃນສົກປີ2024, ແລະຖືໂອກາດນີ້.
ທ່ານ ບຸນຍັງ ສິງຄໍາດີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ກໍ່ເປັນກຽດກ່າວມອບນາມມະຍົດ 2 ບ້ານເປັນບ້ານວັດທະນະທໍາ ແລະ ກ່າວຮັບແມ່ນເລຂາພັກບ້ານ 2ບ້ານ .
ພ້ອມນີ້ ທ່ານ ບຸນຍັງ ສິງຄໍາດີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໃນນາມຄະນະພັກຂັ້ນເທິງ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານກໍ່ໄດ້ເນັ້ນໜັກອໍານາດການປົກຄອງບ້ານໃຫ້ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ປະ
ຊາຊົນບັນພາຍໃນບ້ານ ຮັບຮູ້ແນວທາງນະໂຍບາຍຂອງພັກ-ລັດ, ສືບຕໍ່ຮັດແໜ້ນຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ,ພ້ອມກັນສືບຕໍ່ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ສືບຕໍ່ຮັກສາມູນເຊື້ອນາມມະຍົດບຸກຄົນ, ຄອບຄົວ, ບ້ານວັດທະນະທຳ ແລະ ກຸ່ມບ້ານວັດທະນະທຳໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ຈາກນັ້ນ ຄະນະປະທານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງ ໄດ້ຮ່ວມກັນເປີດປ້າຍປະກາດບ້ານລະແຊງ ແລະ ບ້ານປະຈູເຈີນ ເປັນບ້ານວັດທະນະທຳຢ່າງເປັນທາງການ.
ຂ່າວ: ສີສະຫວາດ
ພາບ: ແສງດາວ




