ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ-ສະຫະລັດ ອາເມລິກາ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້

Oct 11, 2024

ໃນວັນທີ 11 ກັນຍາ 2024, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເປັນປະທານກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 12 ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ແອນໂທນີ ບລິງເກັນ, ລັດຖະມົນຕີຕ່າງປະເທດ ສະຫະລັດອາເມລິກາ ເຂົ້າຮ່ວມ ແລະ ນາຍົກລັດຖະມົນຕີຂອງ ຕີມໍ ແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ.
ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສະຫະລັດ ອາເມລິກາ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສະຫະລັດອາເມລິກາ ມີຮ່ວມກັນເພື່ອນໍາຜົນປະໂຫຍດຕົວຈິງມາຍັງປະຊາຊົນຂອງສອງພາກພື້ນ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສະຫະລັດອາເມລິກາ ໃນຕະຫຼອດໄລຍະ 47 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ອັນໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ແລະ ທ່າແຮງຂອງການຮ່ວມມືກັນໃນອານາຄົດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.
ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ ໄດ້ຊຸກຍູ້ໃຫ້ສະຫະລັດອາເມລິກາ ສືບຕໍ່ສະໜັບສະໜູນອາຊຽນໃນຂົງເຂດທີ່ສໍາຄັນ ເປັນຕົ້ນແມ່ນ ການຄ້າ-ການລົງທຶນ, ສາທາລະນະສຸກ, ພະລັງງານທີ່ສະອາດ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນາທໍາ, ການສະໜອງທຶນຝຶກອົບຮົມໃນໄລຍະສັ້ນ ແລະ ຍາວ ແລະ ການສົ່ງເສີມໂຄງການດ້ານການທະນາດ້ານສີມືແຮງງານ ໃນຂະແໜງການເຕັກໂນໂລຊີທີ່ທັນສະໃໝ, ດ້ານນະວັດຕະກໍາ ກໍຄື ປັນຍາປະດິດ ແລະ ດ້ານອື່ນໆ.
ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ໄດ້ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ-ສະຫະລັດອາເມລິກາ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.
ສະຫະລັດ ອາເມລິກາ ເປັນຄູ່ເຈລະຈາທີ່ສໍາຄັນຂອງອາຊຽນ ທີ່ມີການຮ່ວມມືອັນຍາວນານ. ອາຊຽນ ແລະ ສະຫະລັດ ອາເມລິກາ ໄດ້ສ້າງຕັ້ງສາຍພົວພັນ ໃນປີ 1977, ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ໃນປີ 2015 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.