ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

Feb 8, 2025

ແຂວງສະຫວັນນະເຂດ ຈັດພິທີປະກາດຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຕິດພັນກັບການເປີດງານບຸນນະມັດສະການພຣະທາດໂຜ່ນ ໃນຕອນບ່າຍວັນທີ 8 ກຸມພາ 2025 ນີ້ ທີ່ບ້ານໂພນທາດ ເມືອງໄຊພູທອງ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ ແລະ ມວນຊົນຊາວແຂວງສະຫວັນນະເຂດ ເຂົ້າຮ່ວມ.
ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊບູລີ ໃຫ້ຮູ້ວ່າ: ພາຍຫຼັງທີ່ຄະນະທີມງານ ທີ່ມາຈາກກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສົມທົບກັບ ພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງໄຊພູທອງ ແລະ ອຳນາດການປົກຄອງທ້ອງ ຖິ່ນ ໄດ້ຮ່ວມກັນຈັດຕັ້ງປະຕິບັດວຽກງານ ການເດີນສໍາຫຼວດພື້ນທີ່ ຕົວຈິງ ແລະ ເກັບກຳຂໍ້ມູນປະຫວັດທີ່ກ່ຽວຂ້ອງກັບ ຜາສາດເຮືອນຫີນ ແລະ ພຣະທາດໂຜ່ນ ພ້ອມທັງສໍາເລັດການເດີນສໍາຫຼວດ, ບັນດາຈຸດເຂດແດນ ແລະ ອົງປະກອບຕ່າງໆ ທີ່ກ່ຽວຂ້ອງກັບ ຄວາມເປັນມາຂອງ ຜາສາດເຮືອນຫີນ ແລະ ພຣະທາດໂຜ່ນ; ໄດ້ສໍາຫຼວດກໍານົດຈຸດບັນດາທີ່ຕັ້ງ, ອົງປະກອບຕ່າງໆຂອງວິຊາການເອີ້ນວ່າການຂຶ້ນທະບຽນ, ສໍາເລັດສໍາເນົາເອກະສານນິຕິກໍາຕ່າງໆ ແລະ ສໍາເລັດການນໍາພາປະຊາຊົນບ້ານເຮືອນຫີນ ອະນາໄມພື້ນທີ່, ຮື້ຖອນສິ່ງກີດຂວາງ, ຕັດຕົ້ນໄມ້ຕາມໂຄງສ້າງເຮືອນຫີນ ທີ່ເຫັນວ່າອາດມີຜົນກະທົບຕໍ່ ໂຄງສ້າງສະຖານ ບູຮານໃນປະຈຸບັນ ແລະ ອະນາຄົດ ກຳນົດຈຸດບ່ອນຂາຍດອກໄມ້, ຂັນດອກໄມ້ ໄປໄວ້ບ່ອນທີ່ເໝາະສົມ ເພື່ອບໍ່ໃຫ້ປິດບັງວິວທິວທັດທີ່ສວຍງາມຂອງເຮືອນຫີນ.
ອົງພຣະທາດໂຜ່ນເປັນປູຊະນີຍະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງ ຂອງພວກເຮົາແຕ່ບູຮານນະການ,ແຕ່ອະດີດຈົນເຖິງທຸກວັນນີ້ເຊິ່ງຕາມຕຳນານໄດ້ກ່າວວ່າ:ພຣະທາດອົງນີ້ໄດ້ສ້າງໃນວັນພຸດເດືອນ 12 ພສ 118 ,ລົງມືສ້າງຕອນຄໍ່າສ້າງດ້ວຍກ້ອນຫີນເຂົ້າຈີ່(ຫີນໜາມໜໍ່)ເປັນທາດອຸບມຸງ (ຄ້າຍຄືຮູບໂອຂວໍ້າ) ມາຮອດປັດຈຸບັນມີອາຍຸ 2500 ກວ່າປີເຊິ່ງໃນແຕ່ລະປີຂອງເດືອນ 3 ເພັງ ປະຊາຊົນພາຍໃນທ້ອງຖິ່ນກໍ່ຄືຊາວພຸດທະບໍລິສັດທີ່ຢູ່ໃກ້ແລະໄກມີຄວາມເຫຼື້ອມໃສສັດທາ ໄດ້ພ້ອມພຽງກັນຈັດງານບຸນນະມັດສະການພຣະທາດໂຜ່ນອົງສັດສິດແຫ່ງນີ້ຕະຫຼອດມາ,ເພື່ອເປັນການອະນຸລັກຮັກສາໄວ້ຂະນົບທຳນຽມປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ຍັງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ, ດັ່ງນັ້ນຄະນະພັກ-ອຳນາດການປົກຄອງເມືອງໄຊພູທອງຈຶ່ງໄດ້ຮ່ວມໃຈກັບປະຊາຊົນພີ່ນ້ອງຊາວພຸດທັງໃກ້ແລະໄກທຸກທົ່ວໜ້າພ້ອມກັນຈັດງານບຸນນະມັດສະການພຣະທາດໂຜ່ນປະຈໍາປີ 2025 ຂຶ້ນທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳອີກດ້ວຍ.
ໂອກາດດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມອບໃບຢັ້ງຢືນພຣະທາດໂຜ່ນ ແລະ ຜາສາດເຮືອນຫີນເປັນມໍລະດົກແຫ່ງຊາດລະ ດັບທ້ອງຖິ່ນ ໃຫ້ກັບ ທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກ ຖວທ ແຂວງຢ່າງສົມກຽດ.
ໃນພິທີ, ບັນດາແຂກ ແລະ ມວນຊົນທີ່ເຂົ້າຮ່ວມພາຍໃນງານຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນຈາກໂຮງຮຽນແຫ່ງຕ່າງໆພາຍໃນເມືອງ, ຮັບຊົມການສະແດງບົດຟ້ອນຈາກຄະນະສິລະປະໂມສອນວັດທະນະທຳເຜົ່າແຂວງສະຫວັນນະເຂດ ແລະ ທ່ຽວຊົມຫ້າງຮ້ານວາງຈຳໜ່າຍສິນຄ້າກະສິກໍາ ແລະ ຫັດຖະກໍາຂອງຊາວບ້ານພາຍໃນເມືອງ ແລະ ເມືອງອ້ອມຂ້າງ, ພາຍໃນງານຍັງມີ ການແຫ່ຜາສາດເຜິ້ງ ແລະ ມີການຄົບງັນຕາມປະເພນີຢ່າງຄຶກຄື້ນມ່ວນຊື່ນ ທີ່ເຕັມໄປດ້ວຍແສງສີສຽງຕະຫຼອດງານ ເຊິ່ງງານບຸນນະມັດສະການພຣະທາດໂຜ່ນປີນີ້ແມ່ນໄດ້ເປີດການຄົບງັນເລີ່ມແຕ່ວັນທີ 8 ຈົນເຖິງວັນທີ 12 ກຸມພາ 2025.
Cr: ອັກສອນສິນ ພົມມະຈັນ
อาจเป็นรูปภาพของ 5 คน
อาจเป็นรูปภาพของ 10 คน
อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ