ຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ໂຮ່ຈີມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ.
ກະຊວງປ້ອງກັນປະເທດ ຮ່ວມກັບ ກະຊວງວັດທະນະທໍາ ເເລະ ການທ່ອງທ່ຽວ ຈັດພິທີປະກາດຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິນເບື້ອງດິນລາວເປັນມໍລະດົກແຫ່ງຊາດ ທາງດ້ານປະຫວັດສາດ.

ໃນຕອນເຊົ້າ ວັນທີ22 ສິງຫາ 2025 ຢູ່ສະໂມສອນໃຫຍ່ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ນະຄອນຫລວງວຽງຈັນໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດລາວ, ສະຫາຍນາງຫວໍ ທິ ແອັງ ຊວນ ກໍາມະການສູນກາງພັກຄອມມູນນິດຫວຽດນາມ ຮອງປະທານປະເທດຫວຽດນາມ, ສະຫາຍພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດຂອງລາວ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທໍາ ເເລະ ການທ່ອງທ່ຽວ, ມີບັນດາສະຫາຍການນໍາພັກ-ລັດ, ການນໍາບັນດາກະຊວງ, ບັນດາແຂວງທີ່ມີຊາຍເເດນຕິດຈອດກັນ ລະຫວ່າງສອງປະເທດ ລາວ-ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ຍົກໃຫ້ເຫັນຜົນສຳເລັດການເຄື່ອນໄຫວລົງສຳຫລວດ ແລະ ສ້າງເປັນເອກະສານມູນເຊື້ອຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເຊິ່ງຄະນະຮັບຜິດຊອບ ການສຳຫລວດ ລາວ-ຫວຽດນາມ ໄດ້ເລີ່ມລົງສຳຫລວດ, ເກັບກຳຂໍ້ມູນຮອງຮອຍປະຫວັດສາດ ຕາມເສັ້ນທາງ ໂຮ່ຈີມິນ ຜ່ານດີນແດນເບື້ອງລາວ ແຕ່ທ້າຍປີ 2023, ນັບແຕ່ເມືອງຄຳເກີດ ແຂວງ ບໍລິຄຳໄຊ, ແຂວງຄຳມ່ວນ, ສະຫວັນນະເຂດ, ສາລາວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື ເຊິ່ງ ສາມາດສັງລວມ ແລະ ບັນທຶກໄດ້ ທັງໝົດ 18 ຈຸດ ທີ່ສາມາດຮັບຮອງເປັນມໍລະດົກທາງປະຫວັດສາດ ຮ່ວມສຳພັນສູ້ຮົບ, ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງ 2 ຊາດ ລາວ-ຫວຽດນາມ. ພາຍຫລັງສຳເລັດການສໍາຫລວດຂໍ້ມູນ ຄະນະຝ່າຍຫວຽດນາມ ໄດ້ຄົ້ນຄວ້າ ແລະ ສ້າງເປັນເອກະສານປື້ມຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ແລະ ຈັດພິມເປັນປຶ້ມສອງສະບັບ ເປັນພາສາລາວ ແລະ ພາສາຫວຽດນາມ, ຫລັງຈາກນັ້ນ ກະຊວງປ້ອງກັນປະເທດ ໄດ້ຕົກລົງ ຈັດພິມເປັນປື້ມຂັ້ນພື້ນຖານ ຈໍານວນ 6 ຊຸດ, ລວມມີ 18 ຫົວ ຄື: ປື້ມຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິນ ຈຳນວນ 6 ຫົວ; ປື້ມຮູບພາບບັນລະຍາຍ ຈຳນວນ 6 ຫົວ ແລະ ປື້ມແຜນທີ່, ຈຸດທີ່ຕັ້ງຊີ້ບອກເສັ້ນທາງເຂົ້າຫາ ຮ່ອງຮອຍຈໍານວນ 6 ຫົວ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໃຫ້ຮູ້ຕື່ມວ່າ: ເສັ້ນທາງ ໂຮ່ຈີມິນ ຜ່ານດິນລາວ ບໍ່ພຽງແຕ່ມີພາລະບົດບາດອັນສໍາຄັນ ເປັນເສັ້ນທາງລຳລຽງ ຂົນສົ່ງຍຸດທະສາດທາງດ້ານການທະຫານ, ພະລາທິການເທົ່ານັ້ນ ແຕ່ຍັງມີບົດບາດອັນສໍາຄັນ ກາຍເປັນທີ່ໝັ້ນຍຸດທະສາດ, ເປັນບ່ອນອີງປະກອບສ່ວນຊ່ວຍໜູນອັນສໍາຄັນໃຫ້ແກ່ການຕໍ່ສູ້ຂອງລາວ, ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນພາກໃຕ້ຫວຽດນາມ ແລະ ຂະບວນການຕໍ່ສູ້ ປະຕິວັດຂອງປະຊົນກຳປູເຈຍ, ຕີເອົາຊະນະສັດຕູຜູ້ຮຸກຮານ ກ້າວໄປເຖິງການປົດປ່ອຍພາກໃຕ້ຫວຽດນາມ ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.
ເສັ້ນທາງ ໂຮ່ຈີມິນ ຜ່ານດິນລາວ ຍັງເປັນເສັ້ນທາງຮັບໃຊ້ສະໜາມຮົບລວມ ຂອງ 3 ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ, ກາຍເປັນມໍລະດົກໜຶ່ງຂອງການຮ່ວມສຳພັນສູ້ຮົບ ແລະ ຄວາມສາມັກຄີພິເສດ ອັນບໍລິສຸດຜຸດຜ່ອງຂອງປະຊາຊົນສອງຊາດລາວ-ຫວຽດນາມ. ເມື່ອເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານ ລາວ ແລະ ຫວຽດນາມ ຈິ່ງໄດ້ຕົກລົງມອບໝາຍໃຫ້ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແຕ່ງຕັ້ງຄະນະຮັບຜິດຊອບຮ່ວມກັນ ລົງສໍາຫລວດ, ເກັບກຳບັນດາຮ່ອງຮອຍທາງປະຫວັດສາດ ຕາມແລວເສັ້ນທາງ ສາຍພູຫລວງ-ເສັ້ນທາງໂຮ່ ຈີມິນ ຜ່ານດິນລາວ ເລີ່ມມາແຕ່ ປີ 2023-2024 ຈິ່ງສໍາເລັດ.
ຂ່າວ-ພາບ : ເດດອາລຸນ ແລະ ພູເງິນ







