ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າຮຸ່ງ-ນ້ຳປຸຍ

Oct 26, 2024

ວັນທີ 24 ຕຸລາ 2024 ທີ່ແຂວງໄຊຍະບູລີ, ກົມຊັບພະຍາກອນນ້ຳ (ກຊນ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຮັບຮອງແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າຮຸ່ງ-ນ້ຳປຸຍ ໂດຍການເປັນປະທານຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ ພ້ອມທັງໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ ແລະ ທ່ານ ລໍສຣິດ ປາເລັນຕິນີ ຫົວໜ້າອົງການ WWF-Laos ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງລາຍງານ ກ່ຽວກັບ ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳຮຸ່ງ-ນ້ຳປຸຍ ຈາກ ຕາງໜ້າ ພຊສ ແຂວງໄຊຍະບູລີ ວ່າ ອ່າງຮັບນໍ້າຮຸ່ງ ເປັນອ່າງຮັບນໍ້າຂະໜາດກາງ ຢູ່ໃນເຂດພາກເໜືອ ຂອງ ສປປ ລາວ ເຊີ່ງຕັ້ງຢູ່ ແຂວງໄຊຍະບູລີ, ແມ່ນໍ້າຮຸ່ງມີຕົ້ນກໍາເນີດມາຈາກເມືອງ ໄຊສະຖານ ເຂດຊາຍແດນ ຈັງຫວັດນ່ານ ປະເທດໄທ ແລະ ແຂວງ ໄຊຍະບູລີ ສປປ ລາວ ໂດຍໄຫຼຜ່ານ 4 ເມືອງ ຂອງແຂວງ ໄຊຍະບູລີ ແລະ ໄຫຼລົງສູ່ແມ່ນໍ້າຂອງ ຢູ່ເຂດ ບ້ານ ປາກຮຸ່ງເມືອງ ໄຊຍະບູລີ. ເຊີ່ງ ມີພື້ນທີ່ອ່າງຮັບນໍ້າລວມທັງໝົດ 2.909,93 ກມ2, ມີຄວາມຍາວປະມານ 137,24km. ສ່ວນ ອ່າງຮັບນໍ້າ ນ້ຳປຸຍ ເປັນອ່າງຮັບນໍ້າຂະໜາດກາງ, ມີເນື້ອທີ່ອ່າງຮັບນ້ຳ 1.690,80 ກິໂລຕາແມັດ, ອ່າງຮັບນໍ້າ ນ້ຳປຸຍ ກວມເອົາ 3 ເມືອງ ເປັນພື້ນທີ່ຮາບພຽງ ລຽບຕາມແຄມນ້ຳປຸຍ ແລະ ສາຂາກິ່ງງ່າ, ຊຶ່ງເປັນເຂດທີ່ຢູ່ອາໄສ ແລະ ເຂດທຳການຜະລິດກະສິກຳຂອງປະຊາຊົນ.
ສຳລັບ ແຜນຄຸ້ມຄອງອ່າງຮັບນໍ້າດັ່ງກ່າວນີ້ ແມ່ນຈະເປັນນິຕິກຳໜຶ່ງທີ່ສຳຄັນທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບພະຍາກອນນໍ້າ ໃນຕໍ່ໜ້າໃຫ້ເປັນລະບົບ, ມີການເຊື່ອມສານ ແລະ ກົມກຽວກັນລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ມີນໍ້າ ແລະ ຊັບພະຍາກອນນໍ້າທີ່ອຸດົມສົມບູນທາງດ້ານປະລິມານທີ່ພຽງພໍ ແລະ ຄຸນນະພາບທີ່ດີ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ ພ້ອມທັງປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ-ສັງຄົມ ທີ່ອາດຈະເກີດຂຶ້ນໃນອະນາຄົດ.