ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງ ທາດກະເດົາທຶກ ເມືອງຄົງເຊໂດນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

Mar 19, 2025

ພິທີປະກາດຮັບຮອງເອົາ ທາດກະເດົາທຶກ ບ້ານນາໂຄກ ເມືອງຄົງເຊໂດນ ແຂວງສາລະວັນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນທາງດ້ານວັດທະນະທໍາ ຈັດຂຶ້ນໃນວັນທີ 17 ມີນາ 2025 ທີ່ເມືອງຄົງເຊໂດນ ໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ.
ທ່ານ ສີສຸກ ມະຫາວົງ ຫົວໜ້າຈຸດສຸມນາເມັກ ໄດ້ຜ່ານປະຫວັດຄວາມເປັນມາ ທາດກະເດົາທຶກ ໂດຍຫຍໍ້, ເຊິ່ງເປັນເລື່ອງລາວເລົ່າຂານກັນມາແຕ່ດົນນານ ຂອງຜູ້ເຖົ້າຜູ້ແກ່, ການເຄົາລົບເຊື່ອຖືຕາມຮີດຄອງປະເພນີທີ່ບັນພະບູລຸດ ໄດ້ນໍາພາປະຕິບັດສືບທອດກັນມາຢ່າງຕໍ່ເນື່ອງຈົນເຖິງປັດຈຸບັນ ແລະ ບາງເນື້ອໃນຂໍ້ມູນໄດ້ກ່າວວ່າ: ຜູ້ທີ່ສ້າງທາດກະເດົາທຶກ ແລະ ທາດຫົງທອງບໍ່ແມ່ນຄົນດຽວກັນ ເນື່ອງຈາກຜູ້ທີ່ສ້າງທາດຫົງທອງເປັນຜູ້ຍິງຊື່ວ່າ: ນາງ ຫົງທອງ ໄດ້ເປັນຜູ້ນໍາພາສ້າງທາດ, ທັງສອງທາດໄດ້ສ້າງຂຶ້ນໃນໄລຍະດຽວກັນ ເພື່ອແຂ່ງຂັນກັນ ໃນລະຫວ່າງສະຕະວັດທີ XVII ແລະ ເອີ້ນວ່າທາດຜູ້-ທາດແມ່.
ທາດກະເດົາທຶກ ຫ່າງຈາກທາດຫົງທອງໄປທາງທິດຕາເວັນອອກ ປະມານ 111 ແມັດ, ເຊິ່ງຢູ່ໃນເຂດພື້ນທີ່ດຽວກັນຕ່າງແຕ່ມີລັກສະນະສະຫລຽງກັນພຽງເລັກໜ້ອຍເທົ່ານັ້ນ ແລະ ສະຖານທີ່ສູງກວ່າທາດຫົງທອງເລັກໜ້ອຍ ທາດມີລັກສະນະເປັນຮູບສີ່ຫລ່ຽມແຈສາກ, ຂະໜາດຂອງທາດ 5,20 ແມັດ x 5,20 ແມັດ, ສູງປະມານ 4,40 ແມັດ, ວັດສະດຸທີ່ນໍາມາສ້າງແມ່ນກໍ່ດ້ວຍດິນຈີ່ ທີ່ເອົາມາຈາກໜອງໄຟໄໝ້. ທາດຫົງທອງ ແລະ ທາດກະເດົາທຶກ ຍັງຄົງຮັກສາເອກະລັກສະເພາະຂອງແຕ່ລະທາດ ມີຄວາມສົມບູນ ທາງດ້ານຮູບຊົງສິລະປະຢ່າງໂດດ.
ສໍາລັບການກະກຽມຂຶ້ນທະບຽນ ທາດກະເດົາທຶກ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ, ເຊິ່ງໄດ້ມີການປະສານສົມທົບກັນກັບຂະແໜງການທີ່ກ່ຽວຂ້ອງ ເຄື່ອນ ໄຫວສຳຫລວດ ແລະ ເກັບກຳຂໍ້ມູນ, ໄດ້ຂຶ້ນບັນຊີທາດກະເດົາທຶກທັງ 2 ທາດ ແລະ ພື້ນທີ່, ປັກຫລັກໝາຍຂອບເຂດທີ່ດິນ, ມີເນື້ອທີ່ເຂດມໍລະດົກສະຖານທັງໝົດ 72.063 ຕາແມັດ ພ້ອມທັງອອກໃບຕາດິນຖາວອນ ແລະ ກຳນົດອອກເປັນ 2 ເຂດຄື: ເຂດອະນຸລັກ ກໍານົດເອົາໃຈກາງທີ່ຕັ້ງຂອງມໍລະດົກ ທີ່ຕ້ອງຮັກສາສະພາບເດີມໄວ້ ໃນພື້ນທີ່ 27.720 ຕາແມັດ, ເຂດ 2 ແມ່ນເຂດພັດທະນາ ສາມາດດຳເນີນກິດຈະການຈໍານວນໜຶ່ງ, ປຸກສ້າງເພື່ອສົ່ງເສີມຄຸນຄ່າເຂດ 1 ຂອງພື້ນທີ່ ຮອງຮັບໃຫ້ແກ່ການພັດທະນາ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ