ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມຂອງບ້ານໃຫ່ຍນາຈະເລີນ ເມືອງສັງທອງ ນະຄອນຫຼວງວຽງຈັນ ມີຂື້ນໃນວັນທີ 2 ກຸມພາ 2023 ທີ່ສະໂມສອນຂອງບ້ານດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ເລີດ ຟອງສະຫມຸດ ເລຂາພັກບ້ານ-ນາຍບ້ານໃຫ່ຍນາຈະເລີນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ລຸນທອງ ບຸນມະນີ ຮອງເລຂາພັກເມືອງ.
ທ່ານ ເລີດ ຟອງສະໝຸດ ນາຍບ້ານໃຫຍ່ນາຈະເລີນ ໄດ້ລາຍງານຜົນຂອງການສ້າງຄອບຄົວ ແລະ ບ້ານພັດທະນາກ້ານແຮງງານ ແລະ ສະຫວັດດີການສັງຄົມ ບ້ານໃຫຍ່ນາຈະເລີນມີພົນລະເມືອງທັງໝົດ 1.435 ຄົນ, ຍິງ 701 ຄົນ, ມີ 280 ຫຼັງຄາ, ມີ 263 ຄອບຄົວ, ມີ 26 ໜ່ວຍ, ມີເນື້ອທີ່ທັງໝົດ 13.194 ເຮັກຕ່າ ເຊີ່ງມີແຮງງານຕົ້ນຕໍ ອາຍຸ 18-60 ປີ ມີ 958 ຄົນ, ຍິງ 568 ຄົນ, ມີແຮງງານສໍາຮອງ ອາຍຸ 14-17 ປີ 125 ຄົນ, ຍິງ 48 ຄົນ, ຜູ້ເຖົ້າອາຍຸ 61 ປີ ຂື້ນໄປມີ 84 ຄົນ ຍິງ 31 ຄົນ, ຄົນພິການບ້າໃບ້ເສຍຈິດ 3 ຄົນ ຍິງ 2 ຄົນ ການປະເມີນຄອບຄົວພັດທະນາກ້ານແຮງງານແລະສະຫວັດດີການສັງຄົມໂດຍອີງຕາມ 3 ມາດຖານຄື:
1/ ສະມາຊິກພາຍໃນຄອບຄົວອາຍຸແຕ່ 14-60 ປີ ຕ້ອງໄດ້ຮັບການສຶກສາອົບຮົມ,ຮຽນຮູ້ດ້ານກົດໝາຍແຮງງານ ກວມອັດຕາສ່ວນ 80% ຂື້ນໄປໄດ້ 245 ຄຄ ມີ 1.015 ຄົົນ,ຍິງ 520 ຄົນ.
2/ ອາຍຸ 14-60 ປີ ຕ້ອງມີວຽກເຮັດງານທໍາໃດໜຶ່ງທີ່ຖືກຕ້ອງຕາມລະບຽບກົດ ໝາຍ 80% ຂື້ນໄປ.
3/ ສະມາຊິກພາຍໃນຄອບຄົວໄດ້ເປັນສະມາຊິກກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຄອບຄົວມີຄວາມສາມັກຄີ ແລະ ມີຊິວິດການເປັນຢູ່ທີ່ດີ ຕີລາຄາໄດ້ 100%
ຈຸດປະສົງເພື່ອໃຫ້ປະຊາຊົນພາຍໃນບ້ານມີວຽກເຮັດງານທໍາ ມີລາຍຮັບເຂົ້າໃນຄອບຄົວມີການຄຸ້ມ ຄອງແຮງ ງານພາຍໃນ ແລະ ຕ່າງປະເທດຕາມລະບຽບກົດ ໝາຍ,ທັງຮັບປະກັນຄວາມສະເໝີພາບ,ຄວາມສາມັກຄີຂອງປະຊາ ຊົນ ພາຍໃນບ້ານໄດ້ຮັບການສົ່ງເສີມຢ່າງກວ້າງ ຂວາງ ໄປພ້ອມກັບການເສີມຈະຫຍາບສິດເປັນເຈົ້າຂອງປະຊາຊົນ, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຈັດຄັ້ງປະຕິ ບັດມາດຕະຖານບ້ານພັດທະນາຕາມນະໂຍ ບາຍຂອງຂັ້ນເທີງວາງອອກ ທັງເປັນການສົ່ງເສີມສະຕິການອອກແຮງ ງານຂອງປະຊາຊົນພາຍໃນບ້ານໃຫ້ມີຄວາມຮູ້ຄວາມສາ ມາດດ້ານສີມືແຮງງານ ມີລະບຽບວິໃນ, ມີຄວາມອົດທົນ ແລະ ດຸໝັ່ນຕໍ່ການອອກແຮງງານ.