ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດ

Mar 5, 2026

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 02-04 ມີນາ 2026 ນີ້, ເມືອງຈຳພອນ ແຂວງສະຫວັນນະເຂດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດ ໂດຍຕິດພັນກັບບຸນປະເພນີແຫ່ໜັງສືຜູກໃບລານ ທີ່ເປັນເອກະລັກຂອງເມືອງຈຳພອນ ໂດຍມີທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ພ້ອມດ້ວຍມວນຊົນພາຍໃນເມືອງເຂົ້າຮ່ວມຢ່າງຄຶກຄື້ນ.
May be an image of text
ທັງນີ້ກໍເພື່ອສືບສານຕຳນານມໍລະດົກອັນລ້ຳຄ່າ ອາຄານໄມ້ກາງນ້ຳ ແລະ ສິລະປະຝາຜະໜັງອັນສັກສິດ ແລະ ສວຍງາມຂອງ ຫໍໄຕປີດົກ ບ້ານໜອງລຳຈັນ (ອາຄານໄມ້ບູຮານທີ່ຕັ້ງເດັ່ນຕະຫງ່າຢູ່ກາງນ້ຳ), ຊຶ່ງສະຖານທີ່ແຫ່ງນີ້ ໄດ້ເປັນບ່ອນເກັບຮັກສາຄຳພີ ແລະ ໜັງສືຜູກໃບລານເຖິງ 219 ເລື່ອງ. ສ່ວນວັດເກົ່າຕາແຫລວ ກໍໂດດເດັ່ນດ້ວຍສິລະປະການແຕ້ມຝາຜະໜັງ ແລະ ຮູບຊົງອາຄານທີ່ມີເອກະລັກສະເພາະມາຫລາຍສັດຕະວັດ ເຮັດໃຫ້ທັງສອງແຫ່ງກາຍເປັນຈຸດໝາຍປາຍທາງ ທີ່ນັກທ່ອງທ່ຽວສາຍວັດທະນະທຳບໍ່ຄວນພາດ.
ໃນພິທີຄັ້ງນີ້ ໄດ້ມີຂະບວນແຫ່ຄຳພີໜັງສືຜູກໃບລານ ທີ່ນຳໜ້າໂດຍຄະນະສົງ, ການນຳຂັ້ນສູງຂອງແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນທີ່ແຕ່ງກາຍດ້ວຍຊຸດພື້ນເມືອງ ທີ່ເປັນເອກະລັກຂອງເຜົ່າ. ພ້ອມນີ້, ຍັງມີການສະແດງ ສິລະປະພື້ນເມືອງ ເຊັ່ນ: ການຟ້ອນ, ເປົ່າແຄນປະກອບສຽງລຳສາວຜູ້ໄທເຂັນຝ່າຍ ທີ່ສ່ອງແສງເຖິງປະເພນີ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າເມືອງຈຳພອນ ຊຶ່ງສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ນັກທ່ອງທ່ຽວຢ່າງຫລວງຫລາຍ.
 May be an image of temple and text May be an image of temple and text
ການຮັບຮອງມໍລະດົກແຫ່ງຊາດໃນຄັ້ງນີ້ ບໍ່ພຽງແຕ່ເປັນການອະນຸລັກຮັກສາຮີດຄອງປະເພນີເທົ່ານັ້ນ, ແຕ່ຍັງເປັນການເປີດປະຕູຕ້ອນຮັບນັກທ່ອງທ່ຽວ ໃຫ້ເຂົ້າມາສຳຜັດກັບຄວາມງາມຂອງສະຖາປັດຕະຍະກຳບູຮານ, ຮຽນຮູ້ປະຫວັດສາດຜ່ານໃບລານ ແລະ ຊົມວິຖີຊີວິດອັນສະຫງົບສຸກ ຂອງປະຊາຊົນບັນດາເຜົ່າບ້ານໜອງລຳຈັນ ແລະ ບ້ານຕາແຫລວນຳອີກ. ດັ່ງຄຳຂວັນ “ມາທ່ຽວເມືອງຈຳພອນ, ມາເບິ່ງຫໍໄຕກາງນ້ຳ, ມາຊົມວັດເກົ່າຕະແຫລວ ແລະ ຮ່ວມສືບສານບຸນແຫ່ໃບລານ”.