ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ໃຫ້ຄຳຊີ້ແຈງສຳຄັນກ່ຽວກັບການຄົ້ນຄວ້າ ຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີຂອງຊາວເນັດທີ່ມີຕໍ່ວຽກງານຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15(2026-2030).
ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມຊົມເຊີຍຕໍ່ກິດຈະກຳຂໍຄຳຄິດຄຳເຫັນ ແລະ ຄຳສະເໜີຂອງຊາວເນັດທີ່ມີຕໍ່ວຽກງານຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15. ທ່ານໄດ້ຕີລາຄາວ່າກິດຈະກຳຄັ້ງນີ້ມີຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ກວມເອົາຫຼາຍຂົງເຂດ, ເປັນພຶດຕິກຳຕົວຈິງທີ່ມີຊີວິດຊີວາຄັ້ງໜຶ່ງ ໃນການປະຕິບັດປະຊາທິປະໄຕປະຊາຊົນໃນທຸກຂັ້ນຕອນ, ພ້ອມທັງເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງຕັ້ງໜ້າຄົ້ນຄວ້າ ຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີເຫຼົ່ານີ້.
ທີ່ຈິງແລ້ວ, ໃນປີ 2020, ລັດຖະບານຈີນກໍໄດ້ຂໍຄຳຄິດຄຳເຫັນ ແລະ ຄຳສະເໜີຕໍ່ທົ່ວສັງຄົມຢ່າງກວ້າງຂວາງຜ່ານທາງອິນເຕີເນັດກ່ຽວກັບວຽກງານການຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີ 14(2021-2025), ຖືວ່າເປັນຄັ້ງທຳອິດໃນປະຫວັດ.

ພາຍໃນເວລາສອງອາທິດເທົ່ານັ້ນ, ກິດຈະກຳຂໍຄຳຄິດຄຳເຫັນຂອງປະຊາຊົນຜ່ານທາງອິນເຕີເນັດໄດ້ເກັບກຳຄຳຄິດເຫັນ ແລະ ຄຳສະເໜີຈາກທົ່ວສັງຄົມລວມທັງໝົດ 1.018.000 ຂໍ້, ໃນນີ້, ມີຄຳສະເໜີຂໍ້ໜຶ່ງກ່ຽວກັບການດຳເນີນຮູບແບບການລ້ຽງດູຜູ້ເຖົ້າລັກສະນະຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແມ່ນມາຈາກ ທ່ານ ຫຼີຕ້ຽນໂປ່ ພະນັກງານບ້ານຕາລາເທີສີ ເຂດປົກຄອງຕົນເອງມົງໂກໃນ ທີ່ມີນາມແຝງວ່າ “ຢູນຟ່ານ”. ຄຳສະເໜີດັ່ງກ່າວ ໄດ້ຖືກລະບຸໃນແຜນການ 5 ປີຄັ້ງທີ 14.
ໃນປຶ້ມປົກຂາວ “ປະຊາທິປະໄຕຂອງຈີນ” ທີ່ຈີນໄດ້ເຜີຍແຜ່ໃນວັນທີ 4 ທັນວາ 2021, ເລື່ອງລາວຂອງ “ຢູນຟ່ານ” ໄດ້ຖືກຍົກເປັນຕົວຢ່າງອັນມີຊີວິດຊີວາ ກ່ຽວກັບພຶດຕິກຳໃໝ່ແຫ່ງການປະຕິບັດປະຊາທິປະໄຕປະຊາຊົນໃນທຸກຂັ້ນຕອນ ເພື່ອນຳສະເໜີຕໍ່ຊາວໂລກໄດ້ຮັບຮູ້.
ເດືອນພຶດສະພາ ປີ 2025, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳຊີ້ແຈງສຳຄັນຕໍ່ວຽກງານຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ 15 ໂດຍເນັ້ນໜັກໃຫ້ຍຶດໝັ້ນກຳນົດນະໂຍບາຍຕາມຫຼັກວິທະຍາສາດ, ປະຊາທິປະໄຕ ແລະ ຕາມກົດໝາຍ, ຖືເອົາການອອກແບບຈາກຂັ້ນເທິງສູງສຸດ ໃຫ້ເປັນເອກະພາບກັນກັບການຂໍຄຳຄິດຄຳເຫັນຈາກປະຊາຊົນ ເພື່ອສຳເລັດໜ້າທີ່ວຽກງານຮຽບຮຽງແຜນການຢ່າງມີຄຸນນະພາບສູງ.

ວັນທີ 20 ພຶດສະພາ 2025, ຈີນໄດ້ດຳເນີນກິດຈະກຳຂໍຄວາມຄິດຄຳເຫັນຕໍ່ວຽກງານຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15ຜ່ານທາງອິນເຕີເນັດ. ພາຍໃນເວລາພຽງໜຶ່ງເດືອນ ໄດ້ເກັບກຳຄຳຄິດເຫັນຂອງຊາວເນັດຫຼາຍກວ່າ 3.113.000 ຂໍ້ ເຊິ່ງກວມເອົາຂົງເຂດຕ່າງໆເຊັ່ນ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ ເປັນຕົ້ນ. ປະຊາຊົນທັງຫຼາຍໄດ້ຕັ້ງໜ້າປະກອບຄຳຄິດຄຳເຫັນ ເຊິ່ງບໍ່ພຽງແຕ່ສ່ອງແສງໃຫ້ເຫັນເຖິງ ການຍົກລະດັບຮູບການປະກອບຄຳເຫັນຂອງປະຊາຊົນໃນຍຸກດິຈີຕອນເທົ່ານັ້ນ, ຍັງໄດ້ສ່ອງແສງໃຫ້ເຫັນເຖິງການເຄື່ອນໄຫວຂອງພັກຄອມມູນິດຈີນ ແລະ ລັດຖະບານຈີນ ທີ່ຖືປະຊາຊົນເປັນໃຈກາງ ແລະ ຮັບຟັງສຽງຂອງປະຊາຊົນຢ່າງກວ້າງຂວາງກວ່າເກົ່າໃນການບໍລິຫານປະເທດ.
ນັບມາຮອດເດືອນມິຖຸນາ ປີ 2025, ຈຳນວນຊາວເນັດຂອງຈີນໄດ້ບັນລຸເຖິງ 1ຕື້ 123 ລ້ານຄົນ, ອິນເຕີເນັດໄດ້ກາຍເປັນ “ທີ່ໝັ້ນໃໝ່” ແຫ່ງການປົກຄອງບໍລິຫານປະເທດໃນຍຸກໃໝ່. ທ່ານ ສີຈິ້ນຜິງ ເນັ້ນໜັກໃຫ້ຕ້ອງເປັນເຈົ້າການນຳໃຊ້ອິນເຕີເນັດ ເຊິ່ງເປັນປັດໄຈສຳຄັນທີ່ພາໃຫ້ເກີດມີປະສິດທິຜົນຫຼາຍທີ່ສຸດ, ພ້ອມທັງຮຽກຮ້ອງໃຫ້ພະນັກງານການນຳຈົ່ງຮູ້ວິທີໃນການໝູນໃຊ້ອິນເຕີເນັດ ເຂົ້າໃນການຊອກຮູ້ຄວາມຄິດເຫັນຂອງປະຊາຊົນ ແລະ ປະຕິບັດໜ້າທີ່ວຽກງານ.

ວັນທີ 10 ມິຖຸນາ 2025, ກອງປະຊຸມຄວາມສິວິໄລດ້ານອິນເຕີເນັດຈີນ 2025 ໄດ້ໄຂຂຶ້ນຢູ່ນະຄອນເຫີເຝີຍ ແຂວງອ່ານຮຸ່ຍ, ຢູ່ສະຖານທີ່ຈັດເວທີປາໄສຫຼັກຂອງກອງປະຊຸມ ໄດ້ວາງສະແດງຜົນຂອງການປະກວດ 100 ບັນຊີ ສື່ສັງຄົມອອນລາຍທີ່ມີຜົນງານພົ້ນເດັ່ນໃນການປະຕິບັດແນວທາງມະຫາຊົນທາງອິນເຕີເນັດ. ນັບມາຮອດປັດຈຸບັນ, ຄະນະກຳມະການຄວາມປອດໄພທາງໄຊເບີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານສູນກາງພັກຄອມມູນິດຈີນ ໄດ້ຄັດເລືອກບັນຊີອອນລາຍດີເດັ່ນ 400 ບັນຊີ ທີ່ມີອິດທິພົນໃນການເຜີຍແຜ່ໂຄສະນາ, ມີອິດທິພົນຊັກຈູງ ແລະ ມີຄວາມໜ້າເຊື່ອຖື.
ຈາກເລື່ອງລາວກ່ຽວກັບຊາວເນັດທີ່ຊື່ວ່າ “ຢູນຟ່ານ” ຮອດ ຊາວເນັດປະກອບຄຳເຫັນຫຼາຍກວ່າ 3.113.000 ຂໍ້ກ່ຽວກັບຮຽບຮຽງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ15, ປະຊາທິປະໄຕປະຊາຊົນໃນທຸກຂັ້ນຕອນ ໄດ້ຮັບການເສີມຂະຫາຍໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງໃນຂະບວນການປະຕິບັດຕົວຈິງ ແລະ ຍັງເຮັດໃຫ້ທ່າແຮງຂອງລະບອບປະຊາຊົນເປັນເຈົ້າຂອງປະເທດຊາດ ສາມາດສຳຜັດໄດ້ ແລະ ຮັບຮູ້ໄດ້ຫຼາຍກວ່າເກົ່າ.


