ຮູບເງົາກາຕູນອານີເມຊັນນຳພາການເຕີບໂຕຂອງອຸດສາຫະກໍາຮູບເງົາຈີນປີ 2025

ອຸດສາຫະກຳຮູບເງົາຈີນ ປະສົບຜົນສໍາເລັດຢ່າງໂດດເດັ່ນໃນປີ 2025, ໃນນັ້ນ ຮູບ ເງົາກາຕູນອາເນມີຊັນສ້າງລາຍໄດ້ທົ່ວປະເທດສູງເຖິງ 51,832 ຕື້ຢວນ. ຮູບເງົາດັ່ງກ່າວພຽງຢ່າງດຽວກວມເອົາລາຍຮັບຫຼາຍກວ່າ 25 ຕື້ຢວນ ຫຼື ເກືອບເຄິ່ງໜຶ່ງຂອງຕະຫຼາດຮູບເງົາທັງໝົດ ເຊິ່ງເປັນສັນຍານບົ່ງອກເຖິງການປ່ຽນແປງຄັ້ງສໍາຄັນໃນອຸດສາຫະກໍາຮູບເງົາຂອງຈີນ.
ນາຈາ 2 (Ne Zha 2) ເຊິ່ງເປັນຮູບເງົາກາຕູນພະຈົນໄພທີ່ໃຊ້ການຕົບແຕ່ງພາບ ຫຼື ເອັຟເຟັກທີ່ສ້າງຈາກຕົວລະຄອນໃນຕໍານານຂອງຈີນ ຄື: ນາຈາໂດດເດັ່ນເປັນພິເສດດ້ວຍລາຍໄດ້ທົ່ວໂລກ 15,95 ຕື້ຢວນ ເຮັດໃຫ້ກາຍເປັນຮູບເງົາກາຕູນເອນີເມຊັນທີ່ສ້າງລາຍໄດ້ສູງສຸດໃນປະຫວັດສາດຮູບເງົາທົ່ວໂລກ ໂດຍຈັດຢູ່ອັນດັບທີ 5 ໃນບັນຊີລາຍຊື່ລາຍຮູບເງົາທີ່ສ້າງລາຍໄດ້ສູງສຸດຕະຫຼອດການຂອງໂລກ. ສ່ວນຮູບເງົາກາຕູນອາເນມີຊັນເລື່ອງອື່ນໆ ກໍໄດ້ຮັບການຕອບຮັບຢ່າງກວ້າງຂວາງຈາກຜູ້ຊົມຈີນເຊັ່ນດຽວກັນ. ຮູບເງົາທີ່ຜະລິດພາຍໃນປະເທດ ເຊັ່ນ: Nobody ແລະ ຮູບເງົາສາກົນ ເຊັ່ນ: Zootopia 2 ກໍປະສົບຜົນສໍາເລັດດ້ານການຄ້າຢ່າງຫຼວງຫຼາຍ.

ທ່ານ ຢູໂຈວ (Yu Zhou) ປະທານບໍລິສັດ Light Chaser Animation, ບໍລິສັດຜູ້ຜະລິດຮູບເງົາກາຕູນອານີເມຊັນທີ່ຕັ້ງຢູ່ນະຄອນຫຼວງປັກກິ່ງ ຊີ້ໃຫ້ເຫັນວ່າ: ໃນຕະຫຼາດອານີເມຊັນພາຍໃນປະເທດຂອງຈີນປີ 2025, ຮູບເງົາຂະໜາດໃຫຍ່ ແລະ ຮູບເງົາລະດັບແຖວໜ້າມີບົດບາດສໍາຄັນຢ່າງຍິ່ງໃນການຂັບເຄື່ອນຜົນງານລວມ. ໃນໄລຍະຕົ້ນປີ, Ne Zha 2 ດຶງດູດຜູ້ຊົມເຂົ້າຊົມເຖິງ 324 ລ້ານຄົນ. ຫຼາຍຄົນຊົມຮູບເງົານີ້ຫຼາຍຄັ້ງ, ໃນຂະນະທີ່ຈໍານວນຫຼາຍເປັນ “ຜູ້ຊົມໃໝ່” ທີ່ບໍ່ໄດ້ເຂົ້າໂຮງຮູບເງົາມາແລ້ວຫຼາຍປີ.
ທ່ານ ຢູໂຈວ ກ່າວ່າ: “Ne Zha 2 ໄດ້ຈຸດປະກາຍຄວາມສົນໃຈຂອງຜູ້ຊົມຮູບເງົາອານີເມຊັນຢ່າງແຮງ ແລະ ຊ່ວຍຍົກລະດັບຜົນງານຂອງອຸດສາຫະກໍາອານີເມຊັນທັງໝົດຕະຫຼອດປີ 2025. ສ່ວນ ທ່ານ ເຜິງຄານ (Peng Kan) ສະມາຊິກຄະນະກໍາມະການດ້ານທິດສະດີ ແລະ ການວິຈານຂອງສະມາຄົມຮູບເງົາຈີນ ກ່າວວ່າ: “ຜູ້ຊົມຈີນກໍາລັງມີຄວາມສົນໃຈໃນຮູບເງົາອານີເມຊັນເພີ່ມຂຶ້ນເລື້ອຍໆ”.

ສະຖິຕິສະແດງໃຫ້ເຫັນທ່າອ່ຽງນີ້ຢ່າງຊັດເຈນ. ນັບແຕ່ປີ 2011 ຫາ 2018, ຮູບເງົາກາຕູນອານີເມຊັນ ກວມເອົາ 10% ຂອງລາຍໄດ້ການຂາຍປີ້ຮູບເງົາປະຈໍາປີຂອງຈີນ. ລະ ຫວ່າງປີ 2019 ເຖິງ 2024, ຕົວເລກນີ້ເພີ່ມຂຶ້ນເຖິງປະມານ 14%. ຈາກນັ້ນໃນປີ 2025 ອັດຕາສ່ວນໄດ້ເພີ່ມຂຶ້ນເປັນເກືອບ 50%. ການປ່ຽນແປງນີ້ສອດຄ່ອງກັບການປ່ຽນແປງທາງດ້ານປະຊາກອນ. ຜູ້ຊົມຮູບເງົາທີ່ເກີດໃນຊຸມປີ 1990 ແລະ 2000 ດຽວນີ້ເປັນກຸ່ມຄົນທີ່ກວມອັດຕາສ່ວນຜູ້ຊົມຮູບເງົາທີ່ຫຼາຍທີ່ສຸດ. ທ່ານ ຢູໂຈວ ອະທິບາຍວ່າ: “ແຕກຕ່າງຈາກຄົນຮຸ່ນກ່ອນໜ້ານີ້, ພວກເຂົາເຕີບໂຕຂຶ້ນມາພ້ອມກັບການສໍາຜັດພາບອານີເມຊັນຫຼາຍຂຶ້ນ ແລະ ສະແດງການຍອມຮັບພາບປະກອບປະເພດນີ້ທີ່ແຂງແຮງກວ່າແຕ່ກ່ອນ”.
ຍຸດທະສາດການດັດແປງຊັບສິນທາງປັນຍາ (IP) ຍັງສືບຕໍ່ເປັນແຮງຂັບເຄື່ອນສໍາຄັນໃນການເຕີບໂຕຂອງຕະຫຼາດ. ຮູບເງົາກາຕູນເອເນມີຊັນທີ່ອອກສາຍໃນປີ 2025 ທັງພາຍໃນປະເທດ ແລະ ຕ່າງປະເທດ ສ່ວນໃຫຍ່ແມ່ນການດັດແປງຈາກ IP ທີ່ມີຢູ່ແລ້ວ. Ne Zha 2, Zootopia 2, Boonie Bears: Future Reborn, ແລະ The Legend of Hei 2 ຕ່າງກໍມີພາກກກ່ອນຫນ້ານີ້. ສ່ວນNobody ໄດ້ຮັບການປັບປຸງຈາກຊຸດເລື່ອງ ສັ້ນອານີເມຊັນ Yao-Chinese Folktales, ໃນຂະນະທີ່ Curious Tales of a Temple ດັດແປງມາຈາກວັນນະກໍາຄລາສສິກຂອງຈີນ.
ທ່ານ ເຜິງຄານ ກ່າວວ່າ: “ອານີເມຊັນມີຂໍ້ໄດ້ປຽບທີ່ເປັນເອກະລັກສໍາລັບການພັດ ທະນາ IP” “ມັນຊ່ວຍໃຫ້ມີການຂະຫຍາຍຕົວຫຼາຍມິຕິຜ່ານພາກຕໍ່ເນື່ອງ, ສິນຄ້າທີ່ກ່ຽວຂ້ອງ ແລະການຮ່ວມມືຂ້າມຍີ່ຫໍ້”.
ຜະລິດຕະພັນຮ່ວມມືກັນຜະລິດ ແລະ ວາງຈໍາໜ່າຍໃນໄລຍະທີ່ຮູບເງົາອອກສາຍໃນບໍ່ດົນມານີ້ ບໍ່ພຽງແຕ່ເພີ່ມການເຂົ້າຊົມ ແລະ ອິດທິພົນຂອງຮູບເງົາເທົ່ານັ້ນ, ຍັງສ້າງລາຍໄດ້ຈາກການຂາຍປີ້ເຂົ້າຊົມ ແລະ ລາຍໄດ້ເສີມທີ່ສູງຂຶ້ນອີກດ້ວຍ ເຊິ່ງຊ່ວຍສ້າງບັນຍາກາດການຊົມຮູບເງົາທີ່ດີຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ຂະຫຍາຍໂອກາດໃນການບໍລິໂພກໃຫ້ກວ້າງຂວາງຍິ່ງຂຶ້ນ.

ຜູ້ຊ່ຽວຊານໃນອຸດສາຫະກໍາຕ່າງເຫັນດີຢ່າງກວ້າງຂວາງວ່າ ຄວາມນິຍົມຮູບເງົາກາຕູນອານີເມຊັນພາຍໃນປະເທດນັ້ນ ແມ່ນມາຈາກການປັບປຸງຄຸນນະພາບ. ໃນດ້ານຫນຶ່ງ, ເນື້ອໃນມີຄວາມຫຼາກຫຼາຍກວ່າເກົ່າ. ຮູບເງົາດັ່ງກ່າວພາຍໃນປະເທດປັດຈຸບັນມີຕັ້ງແຕ່ການດັດແປງນິທານຕຳນານຈີນດັ້ງເດີມ ເຊັ່ນ: Ne Zha ແລະ White Snake, ຈົນເຖິງຜົນ ງານທີ່ໄດ້ຮັບແຮງບັນດານໃຈຈາກ ວັນນະກໍາ ຄລາສສິກ ເຊັ່ນ: Chang’an ແລະ Strange Tales from a Chinese Studio. ບາງເລື່ອງມຸ່ງເນັ້ນໄປທີ່ຊີວິດສະໄໝປັດຈຸ ບັນ, ລວມທັງ I Am What I Am, ຮູບເງົາທຽບ Nobody, ແລະ ຮູບເງົາທີ່ເໝາະສົມກັບຄອບຄົວ ເຊັ່ນ: Boonie Bears. ອີກດ້ານໜຶ່ງ, ໃນດ້ານເຕັກໂນໂລຊີອານີເມຊັນ, ການຜະລິດຮູບເງົາອານີເມຊັນຈີນດຽວນີ້ໄດ້ຮັບການປັບຕົວເຂົ້າກັບມາດຕະຖານຂັ້ນສູງສາ ກົນແລ້ວເປັນສ່ວນໃຫຍ່.
ຈີນໄດ້ກາຍເປັນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກສໍາລັບ Zootopia 2. ນີ້ບໍ່ພຽງແຕ່ເນັ້ນເຖິງຄວາມສາມາດທີ່ເຂັ້ມແຂງຂອງຈີນໃນຖານະເປັນຕະຫຼາດຮູບເງົາທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ, ຍັງສະທ້ອນເຖິງການເປີດປະຕູສູ່ພາຍນອກ, ການຍອມຮັບຂອງຕະຫຼາດ ແລະ ອຸດສາຫະກໍາຮູບເງົາຂອງຈີນຕໍ່ຮູບເງົານຳເຂົ້າຮູບເງົາທີ່ມີຄຸນນະພາບສູງ ເຊິ່ງເປັນຕົວຢ່າງນ້ອຍໆ ທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງຈີນໃນການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກ.
ທ່ານ ຢູໂຈວ ກ່າວວ່າ: “ຮູບເງົາກາຕູນອານີເມຊັນມີຈຸດແຂງດ້ານການສະແດງອອກທີ່່ເປັນເອກະລັກ ແລະ ຂໍ້ໄດ້ປຽບທີ່ໂດດເດັ່ນໃນການສື່ສານດ້ານວັດທະນະທໍາ”. “ໃນຂະນະທີ່ຮູບເງົາກາຕູນອານີເມຊັນຂອງຈີນຍັງສືບຕໍ່ດຶງເອົາວັດທະນະນໍາຈີນມາໃຊ້ເປັນຫຼັກ, ຜູ້ສ້າງຈໍາເປັນຕ້ອງພິຈາລະນາວິທີທີ່ຈະຄົ້ນຫາອາລົມຮ່ວມກັນຂອງມະນຸດຜ່ານການເລົ່າເລື່ອງ ເພື່ອໃຫ້ຜູ້ຊົມຈາກພື້ນຖານວັດທະນະທໍາທີ່ແຕກຕ່າງກັນສາມາດເຂົ້າໃຈ ແລະ ຊື່ນຊົມເລື່ອງເຫຼົ່ານີ້, ເຊິ່ງຈະຊ່ວຍໃຫ້ອານີເມຊັນຈີນກ້າວສູ່ເວທີສາກົນໄດ້ດີຂຶ້ນ”


