ຮູບເງົາເລື່ອງ”ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສາຍຢູ່ນະຄອນຫຼວງວຽງຈັນ
ວັນທີ 30 ກັນຍາ 2025 ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈໍາລາວ ຮ່ວມກັບໂຮງຮຽນ ລຽວໂຕວ໋, ຈັດສາຍຮູບເງົາກ່ຽວກັບອາວະກາດ 8K ”ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ຢູ່ສະໂມສອນຂອງໂຮງຮຽນ, ມີທ່ານນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍແຂກຮັບເຊີນ, ຄູອາຈານ ແລະຮຽນເຂົ້າຮວ່ມຊົມຫຼາຍຮ້ອຍຄົນ.

ທ່ານ ນາງ Mo xiaoling ຫົວໜ້າ CMG ປະຈຳລາວກ່າວວ່າ: ຮູບເງົາເລື່ອງນີ້ແມ່ນຮູບເງົາທີ່ນັກບິນອາວະກາດ 3 ທ່ານ ຖ່າຍຕາມສະພາບຕົວຈິງ, ໄດ້ບັນທຶກການດຳລົງຊີວິດ ແລະ ການເຮັດວຽກໃນອາວະກາດເປັນເວລາ 6 ເດືອນ ໂດຍບໍ່ມີການວາງແຜນຖ່າຍທຳມາກ່ອນ ໄດ້ຖ່າຍທອດເຖິງຄວາມຮູ້ສຶກທີ່ແທ້ຈິງທີ່ສຸດຂອງນັກບິນອາວະກາດ. ໃນພາບຖ່າຍ 8K, ສີຟ້າຂອງໂລກ ປະສານກັບຄວາມກວ້າງໃຫຍ່ຂອງຈັກກະວານ, ສະແດງໃຫ້ເຫັນເຖິງຄວາມກ້າວໜ້າທາງເຕັກໂນໂລຊີຂອງໂຄງການອາວະກາດຈີນ.

ພາຍຫຼັງຊົມຮູບເງົາ, ທ່ານ ນາງ ວິລະວອນ ພັນທະວົງ ສະແດງຄວາມເຫັນວ່າ: ເປັນຮູບເງົາທີ່ມີບົດຮຽນ ແລະ ປະສົບການຫຼາຍ ເບິ່ງແລ້ວເຂົ້າໃຈເຖິງການໃຊ້ຊີວິດຢູ່ອາວະກາດໄດ້ຢ່າງເລິກເຊິ່ງ. ພິເສດຂໍຊົມເຊີຍການນໍາຂອງພັກ ແລະ ລັດຖະບານຈີນກໍຄືພັກກອມມູນິດຈີນແຕ່ລະຮຸ່ນໃນໄລຍະເກືອບ 50 ປີຜ່ານມາ ທີ່ໄດ້ພະຍາຍາມພັດທະນາສ້າງນັກບິນອາວະກາດ ແລະ ການຕັດສິນໃຈ ສູງຂຶ້ນໄປສູ່ນອກໂລກຢ່າງສໍາເລັດຜົນ. ຂໍຊົມເຊີຍ CMG ທີ່ແປ ແລະ ພາກສຽງພາສາລາວເຮັດໃຫ້ຜູ້ເບິ່ງເຂົ້າໃຈງ່າຍ ຢາກໃຫ້ສືບຕໍ່ພັດທະນາກວ້າງຂວາງກວ່າເກົ່າ.



