ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮຽບຮຽງຮ່າງລັດຖະທຳມະນູນ ຕາມຄຳເຫັນຂອງ ສສຊ

Dec 10, 2024

ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015(ຄລຊ) ຈັດກອງປະຊຸມຄົ້ນຄວ້າ, ປັບປຸງເນື້ອໃນລັດຖະທຳມະນູນ ຕາມການຊີ້ນຳຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ຫັນວາ 2024 ຜ່ານມາ ເພື່ອຄົ້ນຄວ້າ, ປັບປຸງ, ຮຽບຮຽງ ເນື້ອໃນຂອງຮ່າງລັດຖະທຳມະນູນ ກ່ອນຈະນຳໄປຜ່ານກອງປະຊຸມຄົບຄະນະຂອງ ຄລຊ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ເພື່ອນຳໄປທາບທາມຄວາມເຫັນຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃນຕົ້ນປີ 2025.
ກອງປະຊຸມ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການຄະນະກໍາມະການລະດັບຊາດ ປັບປຸງ ລັດຖະທໍາມະນູນ ໂດຍມີກຳມະການ, ກອງເລຂາ, ອະນຸກໍາມະການເນື້ອໃນ ແລະ ອະນຸກຳມະການຕ່າງໆ ຂອງ ຄລຊ ເຂົ້າຮ່ວມ. ທັງນີ້, ກໍເພື່ອຮັບປະກັນໃຫ້ທຸກຄຳເຫັນຂອງ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບການຄົ້ນຄວ້າ, ວິເຄາະ, ວິໄຈ ແນໃສ່ປັບປຸງຮ່າງລັດຖະທຳມະນູນ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ແທດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ທ່ານ ຈະເລີນ ເຍຍປາວເຮີ ໄດ້ເນັ້ນໜັກເຖິງຈຸດປະສົງ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ຮຽບ ຮຽງຮ່າງລັດຖະທຳມະນູນສະບັບປັບປຸງ ຕາມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX. ໃນນີ້, ມີບາງມາດຕາ ເຊັ່ນມາດຕາ 99 ພົວພັນເຖິງກົດໝາຍໄອຍະການປະຊາຊົນ ບໍ່ໄດ້ປັບປຸງ, ແຕ່ຈະໄດ້ພິຈາລະນາປັບປຸງ ແລະ ອື່ນໆ.
ຂ່າວ: ອາລິນ