ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮຽບຮຽງເນື້ອໃນ 2 ຮ່າງກົດໝາຍ

Dec 20, 2024

ວັນທີ 17-19 ທັນວານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງ ຈັນ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນສອງຮ່າງກົດໝາຍສະບັບປັບປຸງ ຄື: ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ກົດ ໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດ (ສພຊ)
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາຄືນບັນດາຄຳເຫັນຂອງສະມາຊິກສະພາ ແຫ່ງ ຊາດ ທີ່ຄະນະຮັບຜິດຊອບເຫັນດີ ຫຼື ບໍ່ປັບປຸງຕາມການສະເໜີ ແລະ ບັນຫາອື່ນທີ່ສະມາຊິກສະພາແຫ່ງຊາດບໍ່ໄດ້ຍົກຂຶ້ນ; ແຕ່ຫາກຍັງເຫັນວ່າເນື້ອໃນໃດຍັງບໍ່ສອດຄ່ອງ, ບໍ່ຄົບຖ້ວນ ຫຼື ການຂຽນຍັງບໍ່ຖືກຕ້ອງ ກໍຈະໄດ້ປັບປຸງ ແລະ ຮຽບຮຽງຄືນ ເພື່ອຮັບ ປະກັນໃຫ້ເນື້ອໃນກົດໝາຍມີຄວາມຈະແຈ້ງ, ຮັດກຸມ ແລະ ສາ ມາດຈັດຕັ້ງປະຕິບັດໄດ້ ແລ້ວລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອນຳສະເໜີທ່ານປະທານສະພາ ແຫ່ງຊາດ ພິຈາລະນາລົງລາຍເຊັນໃນກົດໝາຍ 2 ສະບັບດັ່ງກ່າວ.
ຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາຄົ້ນຄວ້າ, ສົນທະນາແລກ ປ່ຽນ ແຕ່ລະບັນຫາທີ່ ສສຊ ຕັ້ງຂຶ້ນ ແລະ ບັນຫາອື່ນໆ ຢ່າງເລິກເຊິ່ງ ແລະ ຮອບດ້ານ.
ຂ່າວ: ນາງ ອານິຕາ ມ່ວນສະຫວັດ