ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການໃຫ້ບໍລິການ-ບໍລິຫານຊັບສິນທາງປັນຍາ ຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ດາເຣັນ ຕັງ (Daren Tang) ຜູ້ອໍານວຍການໃຫ່ຍອົງການຊັບສິນທາງປັນຍາໂລກ ມີທ່ານຮອງລັດຖະມົນຕີກະຊວງ ອຄ ແລະ ຮອງຜູ້ອໍານວຍການໃຫ່ຍອົງການຊັບສິນທາງປັນຍາໂລກ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສັນຍາການຮ່ວມມືດັ່ງກ່າວ ແມ່ນເພື່ອຮ່ວມກັນປັບປຸງລະບົບການບໍລິຫານວຽກງານຊັບສິນທາງປັນຍາ ເຊິ່ງອົງການຊັບສິນທາງປັນຍາໂລກ (WIPO) ຈະຊ່ວຍປັບປຸງລະບົບການຄຸ້ມຄອງສິດຊັບສິນທາງປັນຍາ ການຄຸ້ມຄອງເອກະສານ ການບໍລິການອອນລາຍ ແລະ ການຄົ້ນຫາຂໍ້ມູນ ໃຫ້ກັບກະຊວງ ອຄ ໃຫ້ຊ່ວຍເຫຼືອໃນການພັດທະນາລະບົບ ແລະ ເຕັກໂນໂລຊີທີ່ທັນສະໄໝ ຫຼຸດຜ່ອນຂັ້ນຂອດການດໍາເນີນງານພ້ອມທັງພັດທະນາຄວາມອາດສາມາດທາງດ້ານທັກສະ ແລະ ຖ່າຍທອດຄວາມຮູ້ໃຫ້ພະນັກງານ ເພື່ອເສີມສ້າງຄວາມເປັນມືອາຊີບ ແລະ ມີຄຸນນະພາບໃນການພັດທະນາ ຄຸ້ມຄອງວຽກງານຊັບສິນທາງປັນຍາ.
ພ້ອມທັງສົ່ງເສີມນະວັດຕະກຳ ແນວຄິດປະດິດສ້າງ ໂດຍການເຮັດວຽກຮ່ວມກັນ ແລະ ສ້າງຄວາມຮັບຮູ້ວຽກງານ ແລະ ຄວາມສຳຄັນຂອງສິດທິວຽກງານຊັບສີນທາງປັນຍາ ເພື່ອຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດ ເສີມຂະຫຍາຍຄວາມເຂັ້ມແຂງການຮ່ວມມືກັບສາກົນ ການແລກປ່ຽນຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນ ເຊິ່ງກະຊວງ ອຄ ກໍຄື ກົມຊັບສິນທາງປັນຍາ ສາມາດແລກປ່ຽນຂໍ້ມູນຊັບສິນທາງປັນຍາ ກັບ WIPO ແລະ ບັນດາປະເທດຕ່າງໆ ເພື່ອສົ່ງເສີມ ເຊື່ອມໂຍງຂໍ້ມູນໃນການຈັດຕັ້ງປະຕິບັດ ພ້ອມທັງຮ່ວມມືທາງດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ເຊິ່ງ WIPO ຈະສະໜອງແຜນແນະນຳ ກ່ຽວກັບພື້ນ ຖານໂຄງລ່າງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ແນະນຳເຕັກໂນໂລຊີທີ່ເໝາະສົມ ໃຫ້ຖືກກັບຄວາມຕ້ອງການຂອງກະຊວງ ອຄ ກໍຄື ກົມຊັບສິນທາງປັນຍາ.





