ຮ່ວມກັນລ່ອງເຮືອສູ່ຂອບຟ້າໃໝ່ ການຮ່ວມມືຈີນ-ອາຊຽນຍົກລະດັບຂຶ້ນໃນປີ 2025

ປີ 2025 ທີ່ກໍາລັງຈະຜ່ານພົ້ນໄປໃນອີກບໍ່ພໍເທົ່າໃດວັນຂ້າງໜ້ານີ້, ເຖິງວ່າເປັນປີທີ່ມີຄວາມບໍ່ແນ່ນອນຫຼາຍດ້ານເພີ່ມຂຶ້ນໃນທົ່ວໂລກ ຍ້ອນການຟື້ນຄືນຊີບຂອງລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ, ການຢຸດສະງັກດ້ານການຄ້າ ແລະ ລະບົບຕ່ອງໂສ້ການສະໜອງສາກົນ ແລະ ອື່ນໆ, ແຕ່ການຮ່ວມມືລະຫວ່າງຈີນ ແລະ ອາຊຽນ ໄດ້ດໍາເນີນໄປໜ້າດ້ວຍຜົນສໍາເລັດຢ່າງໝັ້ນທ່ຽງບົນເສັ້ນທາງການຮ່ວມມື ແລະ ການພັດທະນາ, ຮ່ວມກັນສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນທີ່ນັບມື້ເຂັ້ມແຂງຂຶ້ນ.
ການຮ່ວມມືແບບເປີດກວ້າງນໍາເອົາຜົນປະໂຫຍດຕົວຈິງມາໃຫ້ທັງສອງຝ່າຍ: ທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີມາເລເຊຍ ກ່າວໃນກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນໃນເດືອນຕຸລາປີນີ້ວ່າ: “ໂລກກຳລັງປ່ຽນແປງຢ່າງວ່ອງໄວ, ຄວາມຂັດແຍ້ງໃນພາກພື້ນກໍາລັງທະວີຄວາມຮຸນແຮງຂຶ້ນ ແລະ ຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນ. ປັດໃຈເຫຼົ່ານີ້ບໍ່ພຽງແຕ່ເປັນການທົດສອບດ້ານເສດຖະກິດຂອງອາຊຽນເທົ່ານັ້ນ, ຍັງເປັນການທົດສອບຄວາມຕັ້ງໃຈຮ່ວມກັນຂອງພາກພື້ນໃນການຮັກສາການຮ່ວມມື” ເຊິ່ງສະທ້ອນເຖິງຄວາມປາດຖະໜາອັນເຂັ້ມແຂງຂອງອາຊຽນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືແບບເປີດກວ້າງ. ຄວາມສາມັກຄີນຳມາເຊິ່ງຄວາມເຂັ້ມແຂງ, ການຮ່ວມມືນຳມາເຊິ່ງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງຈີນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນຢ່າງສອດຄ່ອງ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ອາຊຽນເພື່ອປົກປັກຮັກສາລະບົບການຄ້າຫຼາຍຝ່າຍ, ຮັກສາຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃຫ້ມີສະຖຽນລະພາບ ແລະ ຄວາມໝັ້ນທ່ຽງໃນພາກພື້ນ.

ໃນໄລຍະ 11 ເດືອນຂອງປີນີ້, ອາຊຽນຍັງຄົງເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງຈີນ ໂດຍມີການຄ້າສອງຝ່າຍເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 16,6% ຂອງມູນຄ່າການຄ້າສາກົນຈີນ. ຜ່ານການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຈີນໄດ້ສືບຕໍ່ແບ່ງປັນໂອກາດຈາກຕະຫຼາດຂະໜາດໃຫຍ່ຂອງຕົນກັບອາຊຽນ. ສະເພາະ 10 ເດືອນຂອງປີນີ້, ການຄ້າສິນຄ້າກະສິກຳ ແລະ ອາຫານລະຫວ່າງຈີນ-ອາຊຽນ ບັນລຸ 51,3 ຕື້ໂດລາ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການນໍາເຂົ້າໝາກໄມ້ສົດ ແລະ ແຫ້ງຂອງຈີນຈາກອາຊຽນບັນລຸເກີນ 10 ຕື້ໂດລາ, ຄິດເປັນຫຼາຍກວ່າສອງສ່ວນສາມຂອງການນຳເຂົ້າສິນຄ້າດັ່ງກ່າວຂອງຈີນຈາກທົ່ວໂລກ, ຈີນ ຍັງໄດ້ເພີ່ມທະວີການຮ່ວມມືກັບອາຊຽນ, ລວມທັງອິນໂດເນເຊຍ, ຫວຽດນາມ ແລະ ມາເລເຊຍ ໃນຂົງເຂດໃໝ່ ເຊັ່ນ: ປັນຍາປະດິດ, ເສດຖະກິດດີຈິຕອນ ແລະ ເສດຖະກິດສີຂຽວ ເຊິ່ງຖືເປັນການເປີດໂອກາດໃໝ່ສຳລັບການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກຳ.
ໂຄງການການເຊື່ອມຕໍ່ການຂົນສົ່ງ ເຊັ່ນ: ລົດໄຟລາວ-ຈີນ ແລະ ລົດໄຟຄວາມໄວສູງຈາກາດາ-ບານດັງ ແລະ ໂຄງການອື່ນໆ ໄດ້ກາຍເປັນ “ເສັ້ນເລືອດໃຫຍ່” ທີ່ເຊື່ອມຕໍ່ທັງພາຍໃນ ແລະ ຕ່າງປະເທດ, ແລະ ຊ່ວຍຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດຢູ່ລຽບຕາມເສັ້ນທາງດັ່ງກ່າວນັບມື້ພົ້ນເດັ່ນຂຶ້ນ. ໃນເວລາດຽວກັນ, ໂຄງການຮ່ວມມື ແລະ ນິ ຄົມອຸດສາຫະກໍາສໍາຄັນ ເຊັ່ນ: ໂຄງການ “ສອງປະເທດ, ນິຄົມອຸດສາຫະກຳຄູ່” ຈີນ-ມາເລເຊຍ, ແລວເສດຖະກິດເສດຖະກິດອາຊີຕາເວັນອອກສຽງໃຕ້ລະດັບພາກພື້ນຈີນ-ອິນໂດເນເຊຍ ແລະ ນິຄົມອຸດສາຫະກຳຊູໂຈຈີນ-ສິງກະໂປ ໄດ້ດໍາເນີນການດ້ວຍຄວາມຄືບໜ້າຢ່າງຕໍ່ເນື່ອງ, ທັງສົ່ງເສີມການປະສານງານກັນຂອງລະບົບຕ່ອງໂສ້ອຸດສາຫະກຳ ແລະ ການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນນັບມື້ດີຂຶ້ນ.

ໃນວັນທີ 28 ຕຸລາປີນີ້, ສັນຍາຍົກລະດັບເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ໄດ້ຖືກລົງນາມຢູ່ນະຄອນກົວລາລໍາເປີຂອງມາເລເຊຍ ໂດຍໄດ້ຍົກລະດັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍຂຶ້ນສູ່ລະດັບໃໝ່ທີ່ດີຂຶ້ນກວ່າເກົ່າ. ການປັບປຸງສັນຍາດັ່ງກ່າວແມ່ນກວມເອົາ 9 ຂົງເຂດສໍາຄັນ, ເຊິ່ງບໍ່ພຽງແຕ່ກວມເອົາຂົງເຂດທີ່ມີຢູ່ແລ້ວ ເຊັ່ນ: ຂັ້ນຕອນພາສີ ແລະ ການອໍານວຍຄວາມສະດວກດ້ານການຄ້າ, ມາດຕະຖານ ແລະ ການຮ່ວມມືດ້ານເສດຖະກິດ ແລະ ເຕັກນິກ, ຍັງໄດ້ກວມເອົາຂົງເຂດໃໝ່ທີ່ມີທ່າແຮງສູງ ເຊັ່ນ: ເສດຖະກິດດີຈິຕອນ, ເສດຖະກິດສີຂຽວ, ການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ, ການແຂ່ງຂັນ ແລະ ການປົກປ້ອງຜູ້ຊົມໃຊ້, ລວມເຖິງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ເຊິ່ງສະແດງໃຫ້ເຫັນວ່າການຮ່ວມມືດ້ານການຄ້າເສລີລະຫວ່າງຈີນ-ອາຊຽນ ແລະ ການລວມຕົວທາງເສດຖະກິດຂອງພາກພື້ນຈະຂະຫຍາຍອອກໄປນອກເໜືອຈາກການຄ້າ ແລະ ການລົງທຶນແບບເສລີໃນຮູບແບບດັ້ງເດີມໄປສູ່ຂົງເຂດໃໝ່ ເຊັ່ນ: ການພັດທະນາແບບດີຈິຕອນ ແລະ ສີຂຽວ, ການຈັດມາດຕະຖານ ແລະ ລະບົບຕ່ອງໂສ້ການສະໜອງ.
ເຂດການຄ້າເສລີຈີນ-ອາຊຽນ ຈາກສະບັບ 1.0 ສູ່ 2.0 ແລະ 3.0 ໄດ້ກາຍເປັນຕົວແບບໃໝ່ຂອງການຮ່ວມມືດ້ານເສດຖະກິດໃນພາກພື້ນ ເຊິ່ງຈະຊ່ວຍຫຼຸດຜ່ອນອຸປະສັກຫຼາຍດ້ານ, ສົ່ງເສີມການປັບກົດລະບຽບໃຫ້ສອດຄ່ອງກັນ ແລະ ການຍອມຮັບດ້ານມາດຕະຖານຮ່ວມກັນ, ທັງນຳໃຊ້ຜົນປະໂຫຍດທາງສະຖາບັນທີ່ຍືນຍົງ ແລະ ມີສະຖຽນລະພາບສຳລັບການເຕີບໂຕທາງເສດຖະກິດໃນທັງສອງຝ່າຍ.

ໃນໄລຍະສອງປີແຫ່ງການສະເຫຼີມສະຫຼອງປີການແລກປ່ຽນລະຫວ່າງປະຊາຊົນຈີນ-ອາຊຽນ 2024-2025. ຈີນ ແລະ ອາຊຽນ ໄດ້ຈັດກິດຈະກຳການແລກປ່ຽນລະຫວ່າງປະຊາຊົນຫຼາຍກວ່າ 200 ກິດຈະກໍາ ເພື່ອສົ່ງເສີມສາຍພົວພັນທີ່ໃກ້ຊິດຂຶ້ນລະຫວ່າງປະຊາຊົນສອງຝ່າຍ. ນອກນີ້ ໄລຍະຜ່ານມາ ຈີນໄດ້ນຳເອົາລະບົບວີຊາ “ອາຊຽນ” ມາໃຊ້ ແລະ ໄດ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຍົກເວັ້ນວີຊາຮ່ວມກັນຢ່າງຮອບດ້ານກັບສິງກະໂປ, ໄທ ແລະ ມາເລເຊຍ, ພ້ອມທັງນະໂຍບາຍຍົກເວັ້ນວີຊາຮ່ວມກັບບຣູໄນ ເຮັດໃຫ້ການເຄື່ອນຍ້າຍຂ້າມຊາຍແດນໃນພາກພື້ນມີຄວາມສະດວກໂລ່ງລ່ຽນຍິ່ງຂຶ້ນ. ຈາກຈໍານວນນັກທ່ອງທ່ຽວລະຫວ່າງສອງປະເທດເພີ່ມຂຶ້ນຢ່າງຫຼວງຫຼາຍ ຮອດງານສະເຫຼີມສະຫຼອງວັດທະນະທຳທີ່ຄຶກຄື້ນ ແລະ ຄວາມນິຍົມຊົມຊອບລະຄອນສັ້ນຈີນໃນທົ່ວອາຊີຕາເວັນອອກສຽງໃຕ້, ຈີນ ແລະ ອາຊຽນ ໄດ້ສືບຕໍ່ຂະຫຍາຍຊ່ອງທາງຕ່າງໆ ສຳລັບການເຊື່ອມຕໍ່ລະຫວ່າງປະຊາຊົນ ແລະ ສົ່ງເສີມການພົວພັນທີ່ໃກ້ຊິດຍິ່ງຂຶ້ນ.
ທ່ານ ກາວ ກິມຮຸນ ເລຂາທິການໃຫຍ່ອາຊຽນ ເຄີຍຊີ້ໃຫ້ເຫັນວ່າ: ຜ່ານການເຈລະຈາຢ່າງຕໍ່ເນື່ອງ, ວິໄສທັກທີ່ແບ່ງປັນ ແລະ ຄວາມພະຍາຍາມຮ່ວມກັນ, ອາຊຽນ ແລະ ຈີນ ສືບຕໍ່ເຊື່ອມໂຍງການຮ່ວມມື, ນຳເອົາສະຖຽນລະພາບ, ຄວາມໝັ້ນຄົງ ແລະ ໂອກາດການພັດທະນາໃໝ່ໆ ມາໃຫ້ພາກພື້ນ ແລະ ປ່ຽນຄວາມປາດຖະໜາຮ່ວມກັນໃຫ້ກາຍເປັນຜົນປະໂຫຍດທີ່ສໍາຜັດໄດ້ສຳລັບປະຊາຊົນສອງຝ່າຍ.

ການຮ່ວມມືລະຫວ່າງຈີນ ແລະ ອາຊຽນ, ແມ່ນຖືເອົາການເຊື່ອມໂຍງດ້ານເສດຖະກິດການຄ້າເປັນພື້ນຖານຕາມຄວາມຄິດຢ່າງມີເຫດຜົນໃນການພັດທະນາຄື “ຊ່ວຍເຫຼືອບ້ານໃກ້ເຮືອນຄຽງໃຫ້ປະສົບຜົນສຳເລັດກໍຄືເປັນການສ້າງຕົນເອງໃຫ້ເຂັ້ມແຂງ”. ສະນັ້ນ, ເມື່ອເບິ່ງຫວນຄືນຕະຫຼອດປີ 2025 ເຫັນວ່າ ຈີນ ແລະ ອາຊຽນ ໄດ້ຕອບສະໜອງຕໍ່ສິ່ງທ້າທາຍດ້ວຍການຮ່ວມມືປະຕິບັດຕົວຈິງຢ່າງສໍາເລັດຜົນສໍາເລັດ ແລະ ກ້າວໄປຂ້າງໜ້າດ້ວຍການເປີດກວ້າງ, ເຊິ່ງໄດ້ວາດພາບເສັ້ນທາງທີ່ຊັດເຈນໄປສູ່ການກໍ່ສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນທີ່ມີອະນາຄົມຮ່ວມກັນໃຫ້ເຂັ້ມແຂງຍິ່ງຂຶ້ນ. ນີ້ຈະກາຍເປັນພື້ນຖານສໍາຄັນໃນການຍົກລະດັບການຮ່ວມມືສອງຝ່າຍໃນປີ 2026 ເຊິ່ງເປັນປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ ຄົບຮອບ 5 ປີ ດ້ວຍຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.


