ວັນທີ 5 ກຸມພານີ້, ການນໍາສູງສຸດຂອງລາວ ແລະ ຈີນ ໄດ້ຕົກລົງເຫັນດີກຳນົດເອົາປີ 2026 ເປັນ “ປີມິດຕະພາບລາວ-ຈີນ”, ພ້ອມເປີດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ຄົບຮອບ 65 ປີ ແລະ ຊຸກຍູ້ການຮ່ວມມືສອງຝ່າຍໃນສະພາບການໃໝ່ໃຫ້ຂະຫຍາຍຕົວຢ່າງຮອບດ້ານ ແລະ ກ້າວເຂົ້າສູ່ລະດັບສູງອັນໃໝ່ຢ່າງບໍ່ຢຸດຢັ້ງ.
ພາຍຫຼັງການປະກາດດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນຈັດຫຼາຍກິດຈະກໍາທີ່ຄຶກຄື້ນທັງຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຂອງລາວ ເຊັ່ນ: ກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ, ວາງສະແດງຮູບພາບມໍລະດົກໂລກມາບັນຈົບພົບກັນ ເມືອງແຮກສ່ຽວຈີນ-ລາວຈັບມືກັນ, ຈັດສຳມະນາຄູ່ຮ່ວມຊາຕາກຳລາວ-ຈີນ, ປະກາດຜົນການປະກວດອອກແບບສັນຍະລັກ “65 ປີ ການສ້າງຕັ້ງສາຍພົວພັນການທູດລາວ-ຈີນ”, ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ, ຈັດງານລ້ຽງສະຫຼອງບຸນກຸດຈີນ, ກວດສຸຂະພາບບໍ່ເສຍຄ່າກ່ອນບຸນກຸດຈີນ ແລະ ງານການກຸສົນຮ່ວມມືລາວ-ຈີນ “ຄວາມຫວັງໃໝ່ ຫ່ວງໃຍຜູ້ດ້ອຍໂອກາດ” ເພື່ອລະດົມທຶນຊ່ວຍເຫຼືອສັງຄົມ. ນອກຈາກນີ້ ຍັງມີອີກຫຼາຍກິດຈະກໍາສໍາຄັນທີ່ສອງຝ່າຍຈະຮ່ວມກັນຈັດຂຶ້ນຕະຫຼອດປີມິດຕະພາບລາວ-ຈີນ 2026, ໃນນັ້ນ ລວມທັງການສະເຫຼີມສະຫຼອງຄົບຮອບ 5 ປີຂອງການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນທີ່ຢູ່ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ເປັນສັນຍະລັກຂອງການຮ່ວມມືລາວ-ຈີນ.

ລາວ ແລະ ຈີນ ແມ່ນບ້ານໃກ້ເຮືອນຄຽງທີ່ດີ ແລະ ເພື່ອນມິດທີ່ດີທີ່ເຊື່ອມຈອດກັນດ້ວຍສາຍພູສາຍນ້ຳທີ່ມີໄມຕີຈິດມິດຕະພາບມາຫຼາຍເຊັ່ນຄົນ. ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນໃນວັນທີ 25 ເມສາ 1961. ຕະຫຼອດໄລຍະ 65 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນຮ່ວມມືລະຫວ່າງລາວ-ຈີນ ໄດ້ຮັດແໜ້ນພື້ນຖານການຮ່ວມຊາຕາກຳ. ຈາກໄມຕີຈິດມິດຕະພາບທີ່ຜູກພັນກັນຢ່າງເລກເຊິ່ງນັບແຕ່ການນຳຮຸ່ນກ່ອນ ຈົນຮອດການໄປມາຫາສູ່ ກໍຄືການແລກປ່ຽນກັນເລື້ອຍໆ ລະຫວ່າງການນຳຂັ້ນສູງຂອງສອງພັກ-ສອງລັດ, ການພົວພັນສອງຝ່າຍໄດ້ຮັກສາທ່າອ່ຽງການພັດທະນາທີ່ດີ ແລະ ປອດໃສ. ຈາກກໍານົດການຮ່ວມມືຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ມາເປັນ “ຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ” ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊາຕາກໍາລາວ-ຈີນ” ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.
ອີງຕາມຂໍ້ມູນທີ່ ທ່ານ ນາງ ຟາງຮົງ ເອກອັກຄະລັດຖະທູດຈີນປະຈໍາລາວ ລາຍງານຢູ່ງານລ້ຽງສະຫຼອງປີໃໝ່ຈີນທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 6 ກຸມພາ 2026 ໃຫ້ຮູ້ວ່າ: ມາຮອດປີ 2025, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໄດ້ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ. ຍອດມູນຄ່າການຄ້າສອງຝ່າຍບັນລຸ 9,82 ຕື້ໂດລາ, ເພີ່ມຂຶ້ນ 19,3% ເມື່ອທຽບ ໃສ່ປີ 2024, ໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ ລາວ-ຈີນໄດ້ເຊື່ອມຕໍ່ກັນຕະຫຼອດສາຍເປັນທີ່ຮຽບຮ້ອຍແລ້ວ ເຊິ່ງສະແດງໃຫ້ເຫັນວ່າໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນດຳເນີນງານຂອງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໄດ້ຮັບຄວາມຄືບໜ້າທີ່ມີລັກສະນະຕັດສິນຊີ້ຂາດ ແລະ ໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການເລີ່ມການຜະລິດຢ່າງຮອບດ້ານໃນເດືອນເມສາປີນີ້.

ມາຮອດປີ 2025 ຍອດມູນຄ່າການລົງທຶນຂອງຈີນຢູ່ລາວບັນລຸຫຼາຍກວ່າ 18 ຕື້ຢວນ, ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນຢູ່ລາວ. ສ່ວນລົດໄຟ ລາວ-ຈີນ, ຕະຫຼອດໄລຍະ 4 ປີກວ່າທີ່ເປີດບໍລິການ ໄດ້ຂົນສົ່ງຜູ້ ໂດຍສານ 66 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 16 ລ້ານໂຕນ, ໂດຍໃຫ້ບໍລິການກວມເອົາ 19 ປະເທດ ແລະ ເຂດແຄວ້ນ, ພ້ອມນີ້ ສອງຝ່າຍຍັງໄດ້ເຊັນສັນຍາກ່ຽວກັບການກວດກາ “ປະຕູດຽວ ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ເຮັດໃຫ້ເສັ້ນທາງລົດໄຟສາຍນີ້ໄດ້ກາຍເປັນໂຄງການຂີດໝາຍຂອງການຮ່ວມມືສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ທັງເຊື່ອມໂຍງສອງປະເທດ ແລະ ປະຊາຊົນສອງຊາດເຂົ້າກັນຢ່າງແໜ້ນແຟ້ນ.
ອີກວຽກງານໜຶ່ງທີ່ໜ້າຊົມຊົມເຊີຍ ແມ່ນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການແລກປ່ຽນດ້ານວັດທະນະທໍາຂອງສອງປະເທດແມ່ນນັບມື້ກ້າວສູ່ລວງເລິກ. ຈີນ ໄດ້ໃຫ້ການຊ່ວຍເຫຼືອຍົກລະດັບການປິ່ນປົວຢູ່ໂຮງໝໍມະໂຫສົດໃຫ້ກ້າວສູ່ຄວາມທັນສະໄໝກວ່າເກົ່າ. ພ້ອມນີ້, ການຊ່ວຍເຫຼືອໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງລາວ ໂດຍຜ່ານການຊ່ວຍເຫຼືອທັງທາງກົງ ແລະ ທາງອ້ອມຂອງຈີນໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນ, ແລະ “8 ໂຄງການໃຫຍ່ເພື່ອຊ່ວຍເຫຼືອລາວ” ໄດ້ກາຍເປັນແບບຢ່າງໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວ ເຊິ່ງເປັນການປະກອບສ່ວນສໍາຄັນເຮັດໃຫ້ອັດຕາຄວາມທຸກຍາກຢູ່ລາວໄດ້ຫຼຸດລົງຈາກ 18,3% ໃນປີ 2019 ມາເປັນ 15% ຂອງປະຊາກອນທັງໝົດໃນປີ 2025. ພ້ອມນີ້, ໃນຂົງເຂດການສຶກສາ, ຈໍານວນນັກສຶກສາລາວທີ່ຮຽນຢູ່ຈີນດ້ວຍທຶນການສຶກສາຕ່າງໆ ຈາກຈີນ, ລວມທັງທຶນຕົນເອງນັບມື້ເພີ່ມຂຶ້ນ ເຮັດໃຫ້ປັດຈຸບັນນັກສຶກສາລາວຫຼາຍເປັນອັນດັບໜຶ່ງໃນບັນດານັກສຶກສາຈາກອາຊຽນທີ່ໄປສຶກສາຢູ່ຈີນ.

ໄປພ້ອມໆ ກັບການສະເຫຼີມສະຫຼອງປີມິດຕະພາບລາວ-ຈີນ ກໍຄື ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ຄົບຮອບ 65 ປີ, ປີ 2026 ຍັງແມ່ນປີທີ່ລາວ ແລະ ຈີນ ຕ່າງເລີ່ມຕົ້ນປະຕິບັດແຜນພັດທະນາ 5 ປີຄັ້ງໃໝ່ຂອງຕົນ ຄື: ລາວ ເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ແລະ ຈີນ ເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 ເຊິ່ງຖືເປັນການເປີດສັງກາດໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດເພື່ອບັນລຸຕາມເປົ້າໝາຍທີ່ວາງໄວ້.

ໃນສານທີ່ການນໍາສູງສຸດຂອງລາວ ແລະ ຈີນ ສົ່ງເຖິງກັນໃນໂອກາດບຸນກຸດຈີນປີ 2026, ສອງຝ່າຍຕ່າງຕີລາຄາວ່າ ການການພົວພັນລະຫວ່າງລາວ-ຈີນ, ຈີນ-ລາວ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ ແລະ ມີທ່າແຮງຂອງການພັດທະນາທີ່ກວ້າງຂວາງ, ພ້ອມທັງຢືນຢັນຈະຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ຄົບຮອບ 65 ປີ ແລະ “ປີມິດຕະພາບລາວ-ຈີນ” ໃຫ້ດີເພື່ອສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ທີ່ມີມາດຕະຖານ, ຄຸນນະພາບ ແລະ ລະດັບສູງ, ຊຸກຍູ້ການພົວພັນ ແລະ ການຮ່ວມມືທີ່ແທ້ຈິງລະຫວ່າງສອງປະເທດໃນຂົງເຂດຕ່າງໆ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ໃນຍຸກໃໝ່ຢ່າງຕໍ່ເນື່ອງ ເພື່ອເປັນແບບຢ່າງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ໃຫ້ຢືນຢູ່ແຖວໜ້າຂອງການພົວພັນລະຫວ່າງ ປະເທດເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ດັ່ງນັ້ນ, ສອງຝ່າຍຕ້ອງພ້ອມກັນຈັດຕັ້ງປະຕິບັດຄວາມເຫັນເອກະພາບອັນສໍາຄັນຂອງການນຳສູງສຸດສອງພັກ-ສອງລັດ ເພື່ອຮ່ວມກັນສະເຫຼີມສະຫຼອງປີມິດຕະພາບ ລາວ-ຈີນ ກໍຄື ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ໃຫ້ເຕັມໄປດ້ວຍຜົນສໍາເລັດ ເພື່ອຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລ່ວງເລິກ ເພື່ອນໍາເອົາຜົນປະໂຫຍດໃຫ້ແກ່ສອງຝ່າຍ ແລະປະຊາຊົນສອງຊາດ ກໍຄື ນັບມື້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.
ໂດຍ: BT, ວສລ


