ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາ ໂດຍການນຳໃຊ້ ສື່ການສອນເຝິກເວົ້າພາສາລາວ.

Jul 16, 2025

ຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາ ໂດຍການນຳໃຊ້ ສື່ການສອນເຝິກເວົ້າພາສາລາວ.
ວັນທີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນຳໃຊ້ “ ສື່ການສອນເຝິກເວົ້າພາສາລາວ ” ທີ່ພັດທະນາຂຶ້ນເພື່ອຊ່ວຍໃຫ້ນັກຮຽນຊັ້ນ ປ1 ຈາກຊຸມຊົນທີ່ບໍ່ເວົ້າພາສາລາວ ພັດທະນາທັກສະການເວົ້າ ແລະ ຟັງພາສາລາວໄດ້ດີຂຶ້ນ. ກອງປະຊຸມໄຈດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2025 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸທິດ ທິບມະນີ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣຸດ, ວ່າການແທນເລຂາເອກ, ສະຖານທູດອົດສະຕຣາລີ, ແຂກຈາກບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກທະນາຄານໂລກ, ອົງການ JICA, ອົງການ UNICEF ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານເຂົ້າຮ່ວມ.
ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນເຝິກເວົ້າພາສາລາວ ແມ່ນເພື່ອແລກປ່ຽນຄຳຄິດຄຳເຫັນ, ກຳນົດທິດທາງໃນອະນາຄົດຂອງສື່ການຮຽນ, ການສອນ, ເຝິກເວົ້າພາສາລາວ ໃຫ້ໄດ້ເຫັນໝາກຜົນອັນແທ້ຈິງຂອງບົດຮຽນເຝິກເວົ້າພາສາລາວ. ເດັກນ້ອຍຈາກຊຸມຊົນ, ຊົນເຜົ່າຈະໄດ້ເຂົ້າຮ່ວມການຮຽນໃນຫ້ອງຮຽນຢ່າງໝັ້ນໃຈ ແລະ ກຽມຄວາມພ້ອມໃຫ້ແກ່ ການອ່ານ ແລະ ຂຽນພາສາລາວໄດ້ດີຂຶ້ນ. ກອງປະຊຸມນີ້ຈະຊ່ວຍໃຫ້ສາມາດລະດົມຄວາມຄິດເພື່ອປັບປຸງບົດຮຽນນີ້ໃຫ້ດີຂຶ້ນໄດ້.
ທ່ານ ນາງ ເຄດ ກູດຟຣຸດ ໄດ້ກ່າວວ່າ: ສື່ການຮຽນ, ການສອນຝຶກເວົ້າພາສາລາວ ເປັນຕົວຢ່າງອັນດີ ທີ່ໄດ້ເຄີຍທົດລອງນຳໃຊ້ ແລະ ປະສົບຜົນສຳເລັດ ໄດ້ເປັນບ່ອນອີງໃຫ້ແກ່ລັດຖະບານລາວ ໃນການຂະຫຍາຍການເຂົ້າຮຽນຊັ້ນປະຖົມຂອງນັກຮຽນໃນທົ່ວປະເທດໃຫ້ຫຼາຍຂຶ້ນ, ວິທີການສອນບົດຮຽນເຝິກເວົ້າພາສາລາວ ເປັນການຫັນປ່ຽນປະສົບການຮຽນຮູ້ຂອງເດັກນ້ອຍຫຼາຍພັນຄົນໃນຕົວເມືອງ, ຊົນນະບົດ, ເຂດຫ່າງໄກ ແລະ ລວມທັງຜູ້ທີ່ດ້ອຍໂອກາດ.
ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເພື່ອຊົມເຊີຍຕໍ່ຄວາມຄືບໜ້າ ແລະ ການປັບປຸງວິໄສທັດຂອງພວກເຮົາສຳລັບອະນາຄົດ. ສື່ການຮຽນການສອນ ເຝິກເວົ້າພາສາລາວແມ່ນແນວຄິດລິເລີ່ມ ແລະ ມີຄວາມສ້າງສັນຂອງກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກປະເທດອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). ຈຸດປະສົງຂອງສື່ການຮຽນການສອນຝຶກເວົ້າພາສາລາວ ແມ່ນເພື່ອຊ່ວຍໃຫ້ນັກຮຽນ ຊັ້ນ ປ.1 ຈາກຊຸມຊົນທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວ ໄດ້ພັດທະນາທັກສະການເວົ້າພາສາລາວ. ສື່ການຮຽນການສອນ ແມ່ນໄດ້ເລີ່ມຕົ້ນນຳໃຊ້ໃນທົ່ວປະເທດນັບແຕ່ ເດືອນກັນຍາ 2024 ເປັນຕົ້ນມາ ໃນຫ້ອງຮຽນໃນທົ່ວປະເທດ.
ຂ່າວ-ພາບ : ຕາລີເຊ້ຍ