ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນເຫດການການເມືອງສຳຄັນຂອງພັກປະຊາຊົນ ປະຕິວັດລາວ ຜູ້ແທນທີ່ເຂົ້າຮ່ວມລ້ວນແຕ່ຮູ້ສຶກເປັນກຽດພາກພູມໃຈ, ທີ່ໄດ້ມີສ່ວນຮ່ວມໃນກອງປະຊຸມຄັ້ງນີ້ ພ້ອມທັງເຊື່ອໝັ້ນວ່າດ້ວຍຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຈະເຮັດໃຫ້ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍຜົນສໍາເລັດອັນຈົບງາມ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານ-ຜູ້ປະຈໍາການສະພາທິດສະດີສູນກາງພັກ ໄດ້ໃຫ້ສໍາພາດວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄ້ວາຫຼາຍບັນຫາສໍາຄັນ ພິເສດແມ່ນໂຄງການການເມືອງສະບັບທີ 3 ຊື່ງເປັນໂຄງການການເມືອງທີ່ກໍານົດທິດທາງວິໄສທັດລະອຽດ ໂດຍສະເພາະມີ 11 ນະໂຍບາຍໃຫຍ່ ທີ່ໄດ້ກໍານົດອອກໃນໂຄງການການເມືອງ ແຕ່ນີ້ຈົນຮອດປີ 2055 ຖືວ່າໄດ້ກໍານົດຊັດເຈນ ແລະ ຈະແຈ້ງໃນແຕ່ລະນະໂຍບາຍຕ່າງໆ. ສຳລັບວຽກງານໂຄສະນາອົບຮົມສູນກາງພັກ ເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ເປັນກະບອກສຽງສຳຄັນໃຫ້ພັກ, ບົນຈິດໃຈເນື້ອໃນກອງປະຊຸມດັ່ງກ່າວ ພວກເຮົາຈະນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປເຜີຍແຜ່, ໂຄສະນາ, ການໂຄສະນາດ້ວຍປາກ ແລະ ພາຫະນະສື່ມວນຊົນຕ່າງໆ ເພື່ອນຳເອົາຂໍ້ມູນຂ່າວສານດັ່ງກ່າວໃຫ້ເກີດດອກອອກຜົນຕົວຈິງ.
ສະຫາຍ ຄໍາມອນ ຈັນທະຈິດ ກ່າວຕື່ມວ່າ: ໃນ 5 ປີຕໍ່ໜ້າ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄັ້ງນີ້ປະກົດຜົນເປັນຈິງ ເປັນຕົ້ນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆ ຕາມຄາດໝາຍທີ່ວາງໄວ້ຢ່າງລະອຽດຄົບຖ້ວນ; ຕາມຄຳຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ຕ້ອງຍູ້ແຮງພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະໃນເງື່ອນໄຂວິທະຍາສາດ-ເຕັກໂນໂລຊີ ທີ່ນັບມື້ຂະຫຍາຍຕົວ, ການຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ເປັນເປົ້າໝາຍສຳຄັນໃນຍຸກປັດຈຸບັນ ຮຽກຮ້ອງມາຍັງປະຊາຊົນ, ພະນັກງານ, ສະມາຊິກພັກຈົ່ງຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ມະຕິກອງປະຊຸມໃຫຍ່ປະກົດຜົນເປັນຈິງ ແລະ ກາຍເປັນຮູບປະທຳ.


