ຮ່າງວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030

ໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 25 ພະຈິກ 2024, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ກປ) ຂຶ້ນກ່າວບົດລາຍງານຂອງລັດຖະບານ ກ່ຽວ ກັບຮ່າງວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ເຊິ່ງຮ່າງຍຸດທະ ສາດສະບັບນີ້ ປະກອບມີ 5 ພາກ ຄື: ພາກທີ I ແມ່ນ ພາກສະເໜີ, ພາກທີ II ຕີລາຄາສະພາບການຈັດຕັ້ງປະຕິບັດ ການ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນໄລຍະຜ່ານມາ,
ພາກທີ III ທິດນໍາ, ວິໄສທັດ, ເປົ້າໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ, ພາກທີ IV ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030, ພາກທີ V ມາດຕະການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ປະເມີນຜົນ.
ທ່ານໃຫ້ຮູ້ວ່າ: ຖ້າຫາກ (ຮ່າງ) ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນ ກະສິກຳ ຮອດປີ 2030 ຖືກຮັບຮອງ ແລະ ປະກາດໃຊ້ ຄາດຄະເນວ່າ ຈະໄດ້ຮັບຜົນດັ່ງນີ້:
1. ໄດ້ຜັນຂະຫຍາຍ ແຜນແມ່ບົດຈັດສັນທີ່ດິນ ແຫ່ງ ຊາດ ອອກເປັນຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.
2. ສາມາດກຳນົດແບ່ງປະເພດ ແລະ ວາງແຜນນໍາໃຊ້ ທີ່ດິນກະສິກຳ 4,5 ລ້ານເຮັກຕາ ຕາມແຜນ ແມ່ບົດຈັດສັນທີ່ດິນແຫ່ງຊາດ ໃນລະດັບມະຫາພາກ ແລະ ຈຸນລະພາກ, ຊຶ່ງເປັນບ່ອນອີງໃຫ້ແກ່ ຂະແໜງການ ແລະ ທ້ອງຖິ່ນ ໄດ້ນໍາໃຊ້ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຄົນ ແລະ ມີການຄຸ້ມຄອງ, ນໍາໃຊ້ ຢ່າງມີປະສິດທິຜົນ.
3. ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍສະເພາະແມ່ນ ພື້ນທີ່ດິນສໍາລັບການຜະລິດຄ ໍ້າປະກັນສະບຽງອາຫານ ແລະ ຜະລິດເປັນ ສິນຄ້າ.
4. ສາມາດກຳນົດມາດຕະການ, ກົນໄກ ແລະ ການປະສານງານກັບ ຂະແໜງການ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ທີ່ດິນ ກະສິກຳ ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນດີ.
5. ຜູ້ປະກອບການ ແລະ ນັກລົງທຶນ ສາມາດເຂົ້າເຖິງຂໍ້ມູນ ທີ່ດິນກະສິກຳ ຜ່ານລະບົບ ເອເລັກໂຕຣ ນິກ.
6. ເປັນບ່ອນອີງ ໃນການນໍາສະເໜີ ຕໍ່ຜູ້ໃຫ້ທຶນ ແລະ ນັກລົງທຶນ ທີ່ມີຄວາມສົນໃຈ ວຽກງານ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນຕໍ່ໜ້າ.
7. ນັກວິຊາການ ແລະ ພື້ນຖານໂຄງລ່າງ ກະສິກຳ ຈະໄດ້ຮັບການສ້າງ ແລະ ປັບປຸງ ການຍົກລະດັບ ໃຫ້ມີຄຸນນະພາບ ຕາມແຜນທີ່ກຳນົດໄວ້.


