ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນການກະກຽມສະເຫຼີມສະຫຼອງວັນໄຊຊະນະ ດຽນບຽນຟູ ຄົບຮອບ 70 ປີ (7/5/1954 – 7/05/2024), ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈະຈັດການສາຍພາບແຕ້ມ “ບັ້ນຮົບດຽນບຽນຟູ” ດ້ວຍເຕັກໂນໂລຊີ 3 ມິຕິ ໃນຕອນຄ່ຳວັນທີ 3 ພຶດສະພາ ນີ້ ຢູ່ອະນຸສອນສະຖານ ກາມຕື໋ (ເມືອງຮວ່ານກຽມ, ຮ່າໂນ້ຍ).
ຂ່າວລາຍງານວ່າ: ນີ້ແມ່ນພາບແຕ້ມພາໂນຣາມາ ວາດພາບຄືນປະຫວັດສາດທີ່ສະຫງ່າອົງອາດ, ຈະຊ່ວຍໃຫ້ປະຊາຊົນທັງພາຍໃນປະເທດ ແລະ ເພື່ອນມິດສາກົນ ມີຄວາມເຂົ້າໃຈຢ່າງແທດຈິງ ແລະ ຈະແຈ້ງກວ່າເກົ່າກ່ຽວກັບວິວັດການ, ຄວາມໝາຍປະຫວັດສາດຂອງໄຊຊະນະດຽນບຽນຟູ – ຂີດໝາຍອັນສະຫງ່າຂອງຊາດຫວຽດນາມ. ລາຍການສາຍພາບແຕ້ມ ພາໂນຣາມາ ດຽນບຽນຟູ ດ້ວຍເຕັກໂນໂລຊີ 3 ມິຕິ, ຈະດຳເນີນຈົນຮອດວັນທີ 5 ພຶດສະພາ ຈຶ່ງປິດລົງ. ພາບພາໂນຣາມາ “ບັ້ນຮົບດ້ຽນບຽນຟູ” ແມ່ນຜົນງານສິລະປະທີ່ຍິ່ງໃຫຍ່, ແຕ້ມຂຶ້ນໂດຍນັກຈິດຕະກອນ 200 ທ່ານ.
ຂໍ້ມູນຈາກ: ໜັງສືພິມປະຊາຊົນ



