ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເກາະໄຫຫຼຳຈະເລີ່ມປະຕິບັດດ່ານພາສີອິດສະຫຼະທົ່ວເກາະໃນທ້າຍປີນີ້ ແລະ ຈະສືບຕໍ່ດຶງດູດທຶນຕ່າງປະເທດຢ່າງແຮງ

Jul 25, 2025

ລັດຖະບານຈີນໄດ້ປະກາດໃນວັນທີ 23 ກໍລະກົດນີ້ວ່າ: ທ່າການຄ້າເສລີໄຫຫຼຳ ຈະເລີ່ມນຳໃຊ້ລະບົບດ່ານພາສີອິດສະຫຼະຢ່າງເປັນທາງການນັບແຕ່ວັນທີ 18 ທັນວາປີນີ້ເປັນຕົ້ນໄປ. ໃນສາຍຕາສາກົນເຫັນວ່າ: “ພາຍໃນເກາະໄຫຫຼຳຈະນຳໃຊ້ນະໂຍບາຍໃຫ້ບຸລິມະສິດເພື່ອຫຼຸດພາສີລົງເປັນສູນ”, “ການໄປມາຫາສູ່ກັນລະຫວ່າງໄຫຫຼຳກັບສາກົນຈະສະດວກສະບາຍຍິ່ງຂຶ້ນ” ແລະ ຍັງມີຄຳເຫັນທີ່ຕັ້ງໜ້າອື່ນໆ ເຊິ່ງລ້ວນແຕ່ເຫັນວ່າ ນີ້ເປັນມາດຕະການທີ່ເປັນຂີດໝາຍສຳຄັນຂອງຈີນໃນການເປີດປະຕູສູ່ພາຍນອກໃຫ້ກວ້າງອອກຕື່ມອີກ, ບໍ່ພຽງແຕ່ຈະຊຸກຍູ້ໃຫ້ເສດຖະກິດຈີນໄດ້ຮັບການພັດທະນາເທົ່ານັ້ນ, ຫາກຍັງຈະສ້າງໂອກາດໃຫ້ໂລກອີກດ້ວຍ.
ການໃຊ້ນະໂຍບາຍດ່ານພາສີອິດສະຫຼະທົ່ວເກາະບໍ່ແມ່ນການປິດເກາະໄຫຫຼຳ, ແຕ່ແມ່ນນຳໃຊ້ມາດຕະຖານສູງສຸດຂອງສາກົນ ເພື່ອເຮັດໃຫ້ການໄປມາຫາສູ່ກັນລະຫວ່າງໄຫຫຼຳກັບສາກົນມີຄວາມສະດວກສະບາຍ ແລະ ເສລີກວ່າເກົ່າ, ມີການພົວພັນກັບເຂດແຜ່ນດິນໃຫຍ່ຈີນທີ່ສະດວກສະບາຍຍິ່ງຂຶ້ນ ແລະ ມີປະສິດທິພາບສູງກວ່າເກົ່າ. ພາຍຫຼັງນຳໃຊ້ນະໂຍບາຍດັ່ງກ່າວແລ້ວ, ທົ່ວເກາະໄຫຫຼຳຈະກາຍເປັນເຂດພິເສດໃນການຕິດຕາມຄຸ້ມຄອງດ່ານພາສີ, ປະຕິບັດນະໂຍບາຍລະບຽບການທີ່ເສລີກວ່າເກົ່າ ແລະ ສະດວກສະບາຍກວ່າເກົ່າ ເຊິ່ງສະແດງໃຫ້ເຫັນເຖິງໃນສີ່ດ້ານ ຄື: ນຳໃຊ້ນະໂຍບາຍທີ່ໃຫ້ບຸລິມະສິດຫຼາຍກວ່າເກົ່າ ຄື: ຫຼຸດພາສີສິນຄ້າລົງເປັນສູນ, ນຳໃຊ້ມາດຕະການຄຸ້ມຄອງການຄ້າທີ່ຜ່ອນຄາຍກວ່າເກົ່າ, ນຳໃຊ້ມາດຕະການຜ່ານດ່ານທີ່ສະດວກສະບາຍກວ່າເກົ່າ ແລະ ນຳໃຊ້ຮູບແບບການຕິດຕາມຄຸ້ມຄອງທີ່ມີປະສິດທິພາບສູງກວ່າເກົ່າ.
May be an image of 5 people and text that says '国际統评 総评 隨南 減た 免税'
ຂໍຍົກເອົານະໂຍບາຍພາສີເປັນສູນເປັນຕົວຢ່າງ. ພາຍຫຼັງນຳໃຊ້ລະບົບດ່ານພາສີອິດສະຫຼະທົ່ວເກາະ, ປະເພດສິນຄ້າທີ່ພາສີເປັນສູນຈະຂະຫຍາຍວົງກວ້າງອອກ ໂດຍເພີ່ມຂຶ້ນຈາກ 1.900 ຊະນິດໃນປັດຈຸບັນຂຶ້ນເປັນປະມານ 6.600 ຊະນິດ ເຊິ່ງຈະເຮັດໃຫ້ຕົ້ນທຶນການນຳເຂົ້າຫຼຸດລົງຢ່າງຫຼວງຫຼາຍ ແລະ ເຮັດໃຫ້ຕະຫຼາດມີຊີວິດຊີວາຍິ່ງຂຶ້ນ, ສ້າງຜົນປະໂຫຍດໃຫ້ແກ່ຜູ້ບໍລິໂພກ ແລະ ກຸ່ມເສດຖະກິດຕົ້ນຕໍໃນຕະຫຼາດ. ໃນຂະນະດຽວກັນ, ນະໂຍບາຍຍົກເວັ້ນພາສີບວກກັບມາດຕະການອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເຊັ່ນ: ຍົກເວັ້ນວີຊາໃຫ້ແກ່ນັກທ່ອງທ່ຽວຈາກ 85 ປະເທດເປັນຕົ້ນ ເຮັັດໃຫ້ໄຫຫຼຳພວມກາຍເປັນສູນກາງການທ່ອງທ່ຽວ ແລະ ການບໍລິໂພກສາກົນແຫ່ງໃໝ່.
ຄຽງຄູ່ກັບການຈະເລີ່ມນຳໃຊ້ລະບົບດ່ານພາສີອິດສະຫຼະທົ່ວເກາະໃນໄວໆນີ້, ເກາະໄຫຫຼຳພວມດຶງດູດທຶນຕ່າງໆເຂົ້າມາລົງທຶນຢ່າງແຮງ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ ໃນ 5 ປີຜ່ານມາ, ທ່າການຄ້າເສລີໄຫຫຼຳໄດ້ດຶງດູດການລົງທຶນຕົວຈິງຈາກຕ່າງປະເທດ 102.5 ຕື້ຢວນ, ສະເລ່ຍແລ້ວໄດ້ເພີ່ມຂຶ້ນ 14,6% ຕໍ່ປີ. ຕ່າງປະເທດເຂົ້າມາລົງທຶນຕົວຈິງມີເຖິງ 9,78 ຕື້ໂດລາ, ສະເລ່ຍແລ້ວໄດ້ເພີ່ມຂຶ້ນ 97% ຕໍ່ປີ. ສ້າງຕັ້ງວິສາຫະກິດທຶນຕ່າງປະເທດຂຶ້ນໃໝ່ 8.098 ແຫ່ງ, ສະເລ່ຍແລ້ວໄດ້ເພີ່ມຂຶ້ນ 43,7% ຕໍ່ປີ.
ການຈະເລີ່ມນຳໃຊ້ລະບົບດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳນັບແຕ່ວັນທີ 18 ທັນວານີ້ ບໍ່ພຽງແຕ່ເປັນການສະແດງຄວາມເຄົາລົບຕໍ່ປະຫວັດສາດຂອງຈີນເທົ່ານັ້ນ, ຫາກຍັງເປັນການໃຫ້ຄຳໝັ້ນສັນຍາຕໍ່ອະນາຄົດ ນັ້ນຄື: ປະຕູແຫ່ງການເປີດກວ້າງຕໍ່ພາຍນອກຈະນັບມື້ນັບກວ້າງອອກ, ລະບົບເສດຖະກິດໂລກທີ່ເຊື່ອມໂຍງຢ່າງສະໜິດແໜ້ນກວ່າເກົ່າ, ກວມລວມກວ່າເກົ່າ ແລະ ມີຫົວຄິດປະດິດສ້າງ ພວມຊັກໃບເຮືອຂຶ້ນ ແລະ ເລີ່ມອອກເດີນທາງຈາກໄຫຫຼຳ.