ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເກາະ​ໄຫຫຼຳ​ຈີນ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ຈະ​ມີ​ຄວາມ​ຮູ້​ສຶກ​ໃໝ່ຄື​ແນວ​ໃດ?

Dec 17, 2025

ເກາະ​ໄຫຫຼຳ​ຈີນ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ຈະ​ມີ​ຄວາມ​ຮູ້​ສຶກ​ໃໝ່ຄື​ແນວ​ໃດ?

ທ່າ​ການ​ຄ້າ​ເສ​ລີໄຫຫຼຳ​​ຈີນຈະ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​​ເລີ່ມ​ແຕ່ວັນ​ທີ 18 ທັ​ນ​ວາ​ 2025 ​ເປັນ​ຕົ້ນ​ໄປ ໂດ​ຍ​ຈະ​ຈັດ​​ທົ່ວເກາະ​ໄຫຫຼຳ​ເຂົ້າ​ໃນ​ເຂດ​ຕິດ​ຕາມ​ຄຸ້ມ​ຄອງ​ພິ​ເສດ​ຂອງ​ດ່ານ​ພາ​ສີ. ຫຼັງ​ຈາກ​ປະ​ຕິ​ບັດ​ມາດ​ຕະ​ການ​ດັ່ງ​ກ່າວ​ແລ້ວ, ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ໄຫຫຼຳ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈະ​ສ​ະ​ດວກສະ​ບາຍກວ່າ​ເກົ່າ. ເວົ້າ​ສຳ​ລັບ​ນັກ​ທ່ອງ​ທ່ຽ​ວ​ສາ​ກົນ​ແລ້ວ, ການ​ປ​ະ​ຕິ​ບັດ​ນ​ະ​ໂຍ​ບາຍ​ດັ່ງ​ກ່າວ​ໝາຍ​ເຖິງ​ເງື່ອນ​ໄຂ​ການ​ເຂົ້​າ​ເກາະ​ໄຫຫຼຳ​ທີ່​ສະ​ດວກສະ​ບາຍກວ່າ​ເກົ່າ ແລະ ປະ​ສົບ​ການ​​ໃນ​ການທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົມ​ບູນກວ່າ​ເກົ່າ.

ຜົນ​ປະ​ໂຫຍດ​ທີ່​ເຫັນ​ໄດ້​ໃນ​ທັນ​ທີ​ສຳ​ລັບ​ນັກ​ທ່ອ​ງ​ທ່ຽວ​ສາ​ກົນ​ກໍ​ຄື​ການ​ອອກ​ເດີນ​ທາງ​ທ່ອງ​ທ່ຽວ​ສະ​ດວກ​ສະ​ບາຍຫຼາຍ​ຂຶ້ນ. ກ່ອນ​ປະ​ຕິ​ບັດດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ, ຈຳ​ນວນ​ປະ​ເທດ​ທີ່ໄຫຫຼຳ​ຍົ​ກ​ເວັ້ນ​ວີ​ຊາ​ມີ 86 ປະ​ເທດ ເຊິ່ງກວມ​ເອົາ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ ເຊັ່ນ: ອາ​ເມ​ຣິ​ກາ, ອັງ​ກິດ ແລະ ອົດ​ສະ​ຕຣາ​ລີ ເປັນ​ຕົ້ນ; ຂະ​ນະ​ດຽວ​ກັນ, ກໍ​ມີ​ການປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ 144 ຊົ່ວ​ໂມງ ໃຫ້​ແກ່​ກຸ່ມ​ນັກ​ທ່ອງ​ທ່ຽວ​ຮົງ​ກົງ, ມາ​ເກົາ ແລະ ​ຕ່າງ​ປະ​ເທດ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ 15 ວັນ​​ໃຫ້ແກ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ເມືອງ​ດ້ວຍ​ກຳ​ປັ່ນ​ທ່ອງ​ທ່ຽວ ພ້ອມ​ດ້ວຍ​ນະ​ໂຍ​ບາຍ​ຍົກ​ເວັ້​ນ​ວີ​ຊາ 240 ຊົ່ວ​ໂມງ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ທີ່​ຜ່ານ​​ເກາະໄຫຫຼຳ​ໄປ​ປະ​ເທດ​ທີສາມ ແລະ ມາດ​ຕະ​ການ​ອື່ນໆ. ຂໍ້​ມູນ​ໄດ້​ພິ​ສູດ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ​ຂອງ​ນະ​ໂຍ​ບາຍ​ດັ່ງ​ກ່າວ: ນັບ​ມາ​ຮອດ​ວັນ​ທີ 12 ທັນ​ວາ​ປີ​ນີ້, ຈຳ​ນວນ​ຄົນ​ເຂົ້າ-​ອອກ​​ໄຫຫຼຳ​ຈີນມີ​ເຖິງ 2.470.000 ເທື່ອ​ຄົນ, ໃນ​ນັ້ນ, ຊາວ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ເກາະ​ໄຫຫຼຳໂດຍ​ຍົກ​ເວັ້ນ​ວີ​ຊາ​ມີ​ເຖິງ 548.000 ເທື່ອ​ຄົນ, ກວ​ມ​ເອົາ 89,6% ຂອງຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດທີ່​ເຂົ້າ​​ເກາະ​ໄຫຫຼຳ​ທັງ​ໝົດ. ໄຫຫຼຳ​ໃນ​ປັດ​ຈຸ​ບັນ ໄດ້​ເລັ່ງ​ຄວ​າມ​ໄວ​ໃນ​ການ​ກາຍ​ເປັນ​ຂົວ​ຕໍ່​ລະ​ຫວ່າງ​ຈີນ​ກັບ​ທົ່ວ​ໂລກ.

ການ​ຍົກ​ລະ​ດັບ​ສະ​ພາບ​ແວດ​ລ້ອມ​ການ​ບໍ​ລິ​ໂພກ ໄດ້​ເຮັດ​ໃຫ້​ໄຫຫຼຳ​ກາຍ​ເປັນ “​ແຫຼ່ງ​ຈັບ​ຈ່າຍ​ໃຊ້​ສອຍ​ທົ່ວ​ໂລກ” ຢ່າງ​ແທ້​ຈິງ. ຫຼັງ​ຈາກ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ແລ້ວ, ສິນ​ຄ້າປອດ​ພາ​ສີ​ຢູ່​ໄຫຫຼຳ​ຈາກ 1.900 ຊະ​ນິດ​ເພີ່ມ​ຂຶ້ນ​ເປັນ 6.600 ຊະ​ນິດ ເຊິ່ງ​ລວມ​ເຖິງ​ເຄື່ອງ​ສຳ​ອາງ, ເຄື່ອງ​ເອ​ເລັກ​ໂຕ​ຣ​ນິກ, ເຄື່ອງຫຼູຫຼາ ແລະ​ອື່ນໆ, ​ລາ​​ຄາຕ່ຳ​ກວ່າ​​ຢູ່ແຜ່ນ​ດິນ​ໃຫຍ່​ຈີນ​ປະ​ມານ 20% ຫາ 30%. ຄວາມ​ສະ​ດວກ​ສະ​ບາຍ​ດ້ານ​ການ​ຊຳ​ລະ​ເງິນ​ກໍ​ໄດ້​ເພີ່ມ​ຂຶ້ນ, ບັດ​ທະ​ນາ​ຄານ VISA, MasterCard ແລະ​ອື່ນໆ ສາ​ມາດ​ໃຊ້​ໄດ້​ຢ່າງ​ສະ​ດວກ, ບວກ​ກັບ​ລະ​ບົບ​ຕິດ​ຕາມ​ຄຸ້ມ​ຄອງແບບ​ອັດ​ສະ​ລິ​ຍະ “​ບໍ​ລິ​ໂພກ​​ທີ່​ປອດ​ໄພຢູ່​ໄຫຫຼຳ​” ເລີ່ມດຳ​ເນີນ​ງານ​ຢູ່​ໄຫຫຼຳ ເຮັດ​ໃຫ້​ການ​ຊື້​​ສິນ​ຄ້າ​ຂ້າມ​ຊາດ​ທັງ​ມີ​ລາ​ຄາ​ເປັນ​ກັນ​ເອງ ທັງ​ວາງ​ໃຈ​ໄດ້.

ການ​ສະ​ໜອງ​ດ້ານ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມຫຼາກຫຼາຍ ​ໄດ້​ສ້າງ​ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ການ​ທ່​ຽວ​ຢູ່​ໄຫຫຼຳ​ຂອງ​ນັກ​ທ່ອ​ງ​ທ່ຽວ​ສາ​ກົນ. ໂດຍ​ອາ​ໄສ​ຜົນ​ປະ​ໂຫຍດ​ຈາກ​ການ​ເປິດ​ປະ​ຕູ​ດ້ານ​ອຸດ​ສາ​ຫະ​ກຳ​ທີ່​ມາ​ຈາກ​ການ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກ​າ​ະ, ​ໄຫຫຼຳ​ໄດ້​ນຳ​ໃຊ້​ເງື່ອນ​ໄຂ​ອາ​ກາດ​ເຂ​ດ​ຮ້ອນ ເພື່ອ​ສຸມ​ກຳ​ລັງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ໃນ​ຮູບ​ແບບ “​ພັກ​​ຜ່ອນຢ່ອນ​ໃຈເພື່ອ​ຟື້ນ​ຟູ ແລະ ບຳ​ລຸງ​ສຸ​ຂະ​ພາບ”. ວັນ​ທີ 1 ທັນ​ວານີ້ ໄດ້​ເລີ່ມ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ວ່າ​ດ້ວຍກ​ານ​ທ່ອງ​ທ່ຽວ​ຂອງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​ການ​ທ່ອງ​ທ່ຽວ​ຢູ່​ໄຫຫຼຳ​ຫັນ​ປ່ຽນ​ຈາກ​ການ​ທ່ຽວ​ຊົມ​ແບບ​ດັ້ງ​ເດີມ​ໃຫ້​ເປັ​ນ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມຫຼາກຫຼາຍ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ຄື: ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ “ຖານ​ສຳ​ນັກ​ງານ​ໃຫຍ່​ສອງ​ແຫ່ງ” ໄດ້​ເປີດກ​ວ້າງ​ພື້ນ​ທີ່​ຂອງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ. ວິ​ສາ​ຫະ​ກິດຈາກ​ອາ​ຊຽນ​​ສາ​ມາດ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ໄຫຫຼຳ​ເພື່ອ​ຂະ​ຫຍາຍ​ໄປ​ສູ່ ​ຕະຫຼາດ​ຈີນ, ສ່ວນ​ວິ​ສາ​ຫະ​ກິດ​​ແຜ່ນ​ດິນ​ໃຫຍ່ຈີນ​ກໍ​ສາ​ມາດ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ໄຫຫຼຳ​ເພື່ອ​ຂະ​ຫຍາຍ​ໄປ​ສູ່​ຕະຫຼາດ​ອາ​ຊຽນ. ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ໄຫຫຼຳ​ກັບ​ອາ​ຊຽນ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ການ​ທ່ອງ​ທ່ຽວ​ຂ້າມ​ຊາດ, ການ​ເດີນ​ທາງ​ເພື່ອ​ທຸ​ລະ​ກິດ, ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ ຫຼື ງານ​ວາງ​ສະ​ແດງ ແລະຂະ​ແໜງ​ການ​ອື່ນໆ ກຳ​ລັງ​ຕ້ອ​ນ​ຮັບ​ໂອ​ກາດ​ການ​ພັດ​ທະ​ນາ​ໃໝ່.

ການ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ເປັນ​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ໃນ​ດ້ານ​ລະ​ບ​ຽບ​ການ, ເປົ້າ​ໝາຍ​ສຸດ​ທ້າຍ​ກໍ​ຄື​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ທ່ອງ​ທ່ຽ​ວ​ທີ່​ເສ​ລີ, ສະ​ດວກ ແລະ ມີ​ຄ​ວາມຫຼາກຫຼາຍກວ່າ​ເກົ່າ​ໃຫ້​ແກ່​ນັກ​ທ່ອ​ງ​ທ່ຽວ​ຕ່າງ​ປະ​ເທດ. ຫຼັງ​ຈາກ​ປະ​ຕິ​ບັດ​ມາດ​ຕະ​ການ​ດັ່ງ​ກ່າວ​ແລ້ວ, ໄຫຫຼຳ​ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ຈີນ​ເທົ່​ນັ້ນ, ຍິ່ງ​ຈະ​ກາຍ​ເປັນ “​ເກາະ​ສາ​ກົນ” ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ຈີນ​ກັ​ບ​ໂລກ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​​ຈາກ​ທຸກ​ມູມ​ໂລກ​ໄດ້​ສຳ​ຜັດ​ກັບ​ປະ​ສົບ​ການ​ການ​ເດີນ​ທາງ​ທີ່​ຍາກ​ຈະ​ລືມ​ໄດ້.