ຕາມການລາຍງານຂອງເຈົ້າໜ້າທີ່ກໍ່ສ້າງຮາກຖານປະຈໍາກຸ່ມ 07 ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 1:00 ( ເຊົ້າ ) ຂອງວັນທີ 15 ທັນວາ 2024, ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກ ການຈັດຕັ້ງບ້ານໂຊກໃຫຍ່ ເມືອງໄຊເສດຖາ ວ່າມີຄົນເສຍຊີວິດ ຢູ່ເສັ້ນທາງ 450 ປີ ແຖວໜ້າບໍລິສັດ CSC ຖືກຄົນຮ້າຍຈໍານວນ 2 ຄົນ ຂີ່ລົດຈັກ ນໍາຫຼັງມາແລ້ວໃຊ້ອາວຸດປືນຍິງເຂົ້າທາງດ້ານຫຼັງ ຈຳນວນ 3 ນັດ ຈົນເສຍຊີວິດຄາທີ່.
ເຈົ້າໜ້າທີ່ເຂົ້າກວດສອບສະຖານທີ່ເກີດເຫດ ພົບເຫັນຄົນເສຍຊີວິດ ເປັນເພດຊາຍ ອາຍຸ 34 ປີ ປັດຈຸບັນຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ສ່ວນສາເຫດແມ່ນທາງເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ກໍາລັງເລັ່ງສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ.
ທີ່ມາ: ຄວາມສະຫງົບລາວ



