ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເກີດເຫດດິນເຈື່ອນ ໄຫຼຊຸເຮືອນປະຊາຊົນ ບ້ານລາດກືມ ເມືອງງາ

Apr 29, 2025

ໃນເວລາ ປະມານ 1 ໂມງກາງຄືນຂອງວັນທີ 29 ເມສາ 2025 ນີ້ ໄດ້ເກີດເຫດດິນເຈື່ອນໄຫຼຊຸເຮືອນປະຊາຊົນ ບ້ານລາດກຶມ ເມືອງງາ ແຂວງອຸດົມໄຊ ຈຳນວນ 2 ຫຼັງ ເຮັດໃຫ້ມີຜູ້ສູນຫາຍຈໍານວນ 9 ຄົນ. ທ່ານ ໂປະ ນາຍບ້ານລາດກຶ່ມ ໄດ້ລາຍງານໃຫ້ຮູ້ວ່າ: ໃນເວວາ ປະມານ 1 ໂມງປາຍ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ຄູກັນນໍ້າຫ້ວຍສະຫຼອກ ທີ່ບໍລິສັດກໍ່ສ້າງເສັ້ນທາງໄດ້ກັ້ນໄວ້ ຮັບແຮງດັນນໍ້າບໍ່ຢູ່ ແລ້ວແຕກ ໄຫຼຊຸເຮືອນ 2 ຫຼັງຢູແຄມຫ້ວຍດັ່ງກ່າວ ເຮັດໃຫ້ມີຜູ້ສູນຫາຍຈໍານວນ 9 ຄົນຄື: ທ້າວ ອຸນຄ່າ ອາຍຸ 70 ປີ, ທ້າວ ຈັນຄຳ ອາຍຸ 45 ປີ, ນາງ ສາບ ອາຍຸ 37 ປີ, ນາງ ທອງ ອາຍຸ 35 ປີ, ທ້າວ ດອນ ອາຍຸ 30 ປີ, ທ້າວ ສົມພົງ ອາຍຸ 3 ປີ, ນາງ ພູ ອາຍຸ 5 ປີ, ນາງ ໝອນ ອາຍຸ 5 ປີ ແລະ ນາງ ເມົາ ອາຍຸ 60 ປີ ເຊິ່ງຄາດວ່າຜູ້ສູນຫາຍຈໍານວນ 9 ຄົນນັ້ນ ແມ່ນໄດ້ຖືກມວນນໍ້າ ແລະ ດິນໄຫຼຊຸລົງແມ່ນໍ້າຂອງ
ໃນປັດຈຸບັນນີ້ ອົງການປົກຄອງເມືອງງາ ແລະ ການຈັດຕັ້ງບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງພວມເລັ່ງຊອກຄົ້ນຫາຜູ້ສູນຫາຍ.
ຂ່າວ:ເມືອງງາ, ແຂວງອຸດົມໄຊ