ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເກີດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫຼົ້າ

Mar 3, 2025

ຄືນວັນທີ​ 1 ມີນາ​ 2025, ເກີດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫຼົ້າ ເຂດບ້ານສ່າເຫຼົ້າ ເມືອງໂພນທອງ​ ແຂວງຈໍາປາສັກ. ຕໍ່ກັບສະພາບດັ່ງກ່າວ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ພາກສ່ວນກ່ຽວຂ້ອງ​ໄດ້ເຄື່ອນໄຫວ​ຕິດຕາມ​ ແລະ​ ມອດໄຟໄໝ້ປ່າຢູ່ບໍລິເວນດັ່ງກ່າວ.​
ທ່ານ​ ຄໍາ​ ນິລະວົງ​ ວ່າການຫົວໜ້າພະແນກກະສິກໍາ ແລະ​ ປ່າ ໄມ້ແຂວງຈໍາປ່າສັກ​ ໃຫ້ຂໍ້ມູນວ່າ: ຈຸດເກີດໄຟໄໝ້ປ່າເລີ່ມແຕ່ຕີນພູສ່າເຫຼົ້າ​ຈົນຮອດບໍລິເວນໜ້າຜາ​ໃນຂອບເຂດບ້ານສ່າເຫຼົ້າ​ ເມືອງໂພນທອງ​.​ ພະແນກກະສິກໍາ ແລະ​ ປ່າ ໄມ້ແຂວງ​ ໄດ້ປະ ສານສົມທົບກັບຄະນະພັກ​-​ອົງການ​ປົກຄອງ​ເມືອງໂພນທອງ​ ແລະ​ ບ້ານ​ສ່າເຫຼົ້າ ພາຍໃຕ້ການນໍາພາ-​ບັນຊາຂອງທ່ານເຈົ້າແຂວງ​ຈໍາປາສັກ​ ໄດ້ຕັ້ງໜ້າສຸມໃສ່ນໍາເອົາກໍາລັງກອງຫຼອນ,​ ປກສ​ ແລະ​ ໜ່ວຍງານປ່າໄມ້ບ້ານ​ ​ເຄື່ອນໄຫວ​ຕິດຕາມ​ ແລະ​ ມອດໄຟໄໝ້ປ່າຢູ່ບໍລິເວນດັ່ງກ່າວ,​ ຮອດເວລາ 24​ ໂມງ,​ ສາມາດມອດໄຟໄໝ້ປ່າໄດ້ສໍາເລັດປະມານ​ 80% ໂດຍສະເພາະ​ແມ່ນຈຸດຕໍ່າ​ບໍລິເວນຕີນພູ​ ສາມາດມອດໄຟໄດ້ສໍາເລັດ ຍັງແຕ່ບໍລິເວນເທິງທີ່ມີຜາສູງ​ບໍ່ສາມາດມອດໄຟໄດ້ ເພາະເປັນເວລາກາງຄືນ​ ແລະ​ ມີຄວາມສ່ຽງສູງ.​
ມາຮອດຕອນເຊົ້າວັນທີ​ 2 ມີນາ​ 2025​ ໄດ້ສືບຕໍ່ມອດໄຟ​ ໂດຍມີກໍາລັງທະຫານຈາກໂຮງຮຽນທະຫານຮາບເລກ​ 2 ວຽງ​ໄຊ​ ຈໍານວນໜຶ່ງ​ມາສົມທົບຊ່ວຍເຫຼືອຕື່ມ ແລະ​ ສາມາດຄວບຄຸມໄຟໄດ້ 100%.​ ສ່ວນຂອນໄມ້ໃຫຍ່ທີ່ຖືກໄຟໄໝ້ ແລະ​ ບໍ່ສາ ມາດມອດໄຟໄດ້ ເພາະວ່ານໍ້າບໍ່ພຽງພໍ ກໍາລັງເຈົ້າໜ້າທີ່ໄດ້ເຮັດແລວກັນໄຟໄວ້ ເພື່ອບໍ່ໃຫ້ໄຟໄໝ້ລາມໄປສູ່ຈຸດອື່ນໆ.​
ທ່ານ​ ຄໍາ​ ນີລາວົງ​ ໃຫ້​ຮູ້​ຕື່ມວ່າ: ສາເຫດໄຟໄໝ້ປ່າຢູ່ບໍລິເວນພູ່ສ່າເຫຼົ້່າ ເຂດບ້ານສ່າເຫຼົ້າ​ ຄັ້ງນີ້ ແແມ່ນເກີດຈາກພໍ່ແມ່ປະຊາຊົນບ້ານສ່າເຫຼົ້າທີ່ໄປຖາງສວນແຖວຕີນພູແລ້ວຈູດ​ ແລະບໍ່ສາມາດຄວບຄຸມໄຟໄດ້ ເຮັດໃຫ້​ໄຟໄໝ້ລາມຂຶ້ນສູ່ເທິງພູ.​ ຄາດ ຄະເນເນື້ອທີ່ປ່າທີ່ເສຍຫາຍຈາກໄຟໄໝ້ປ່າຄັ້ງນີ້​ ປະມານ​ 10 ກວ່າ​ເຮັກຕາ.​
ຂ່າວ​: ທູນທອງໃຈ