ເກີດໄຟໄໝ້ລາມປ່າຢູ່ 3 ຈຸດພາຍໃນເຂດພູບາຈຽງ

ວັນທີ 28 - 29 ມັງກອນ 2025, ໄດ້ເກີດເຫດໄຟໃໝ້ລາມປ່າຢູ່ຂອບເຂດພູບາຈຽງ ໂດຍສະເພາະແມ່ນເຂດບ້ານຫ້ວຍຍາງຄໍາ, ນະຄອນປາກເຊ ແລະ ບ້ານຫົວແຊ ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ.
ວັນທີ 28 ມັງກອນ, ເກີດເຫດໄຟໄໝ້ໃນເວລາ 19:30 ໂມງ, ຮອດເວລາ 23:30 ໂມງ ຈິ່ງສາມາດດັບມອດຢູ່ຈຸດທີ 1 ບ້ານຫົວແຊໄດ້ສໍາເລັດ. ຕອນເຊົ້າວັນທີ 29 ມັງກອນ, ເວລາ 4 ໂມງເຊົ້າ, ການນໍາແຂວງ ໄດ້ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງສືບຕໍ່ຂຶ້ນມອດໄຟຕາມແຜນທີ່ໄດ້ວາງໄວ້ ຈົນມາຮອດເວລາ 9:30 ໂມງ ຈິ່ງສາ ມາດມອດຈຸດທີ 2 ໄດ້ ຢູ່ຈຸດບ້ານຫ້ວຍຍາງຄໍາ.
ນອກຈາກນີ້, ຍັງມີໄຟໄໝ້ປ່າທີ່ເກີດຂຶ້ນໃໝ່ ເຊິ່ງໄດ້ມອບໝາຍໃຫ້ກຳລັງທະຫານ 30 ຄົນ ຂຶ້ນໄປພູເບື້ອງຫຼັງ ເພື່ອຕິດຕາມມອດໄຟ.
ສາເຫດໄຟໄໝ້ປ່າຄັ້ງນີ້ ຄາດວ່າອາດເກີດຈາກຄອບຄົວປະຊາຊົນທີ່ໄປທຳມາຫາກິນ ມີການດັງໄຟແຕ່ງຢູ່ກິນແລ້ວບໍ່ມອດໄຟ ຈິ່ງເປັນເຫດເຮັດໃຫ້ເກີດໄຟໄໝ້ລາມປ່າດັ່ງກ່າວ.
ປັດຈຸບັນ ກະລັງສຸມໃສ່ສືບຕໍ່ຕິດຕາມ ແລະ ມອດຢູ່ຈຸດບ້ານຫົວແຊ ໂດຍນໍາໃຊ້ກຳລັງກອງຫຼອນ, ເຈົ້າໜ້າທີ່ ແລະ ນັກຮຽນທະຫານຮາບເລກ 2 ວຽງໄຊ ຄາດກະຈະສາມາດຄວບຄຸມໄຟໄດ້ທັງໝົດໃນບ່າຍວັນທີ 29 ມັງກອນ 2025.
ຂ່າວ: ທູນທອງໃຈ
ພາບ: ຄະນະຕິດຕາມມອດໄຟໄໝ້ລາມປ່າ






