ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເກືອບ 1 ປີ GDP ຂອງລາວ ຂະຫຍາຍຕົວສະເລ່ຍໃນລະດັບ 4.6%

Nov 18, 2024

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025 ຕິດພັນກັບວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ, ແຜນການລົງທຶນ ປະຈໍາປີ 2025, ແຜນງົບປະມານ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈໍາປີ 2025; ການດັດແກ້ງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້.
ທ່ານໄດ້ຍົກໃຫ້ເຫັນວ່າ: ໄລຍະເກືອບ 1 ປີ ຜ່ານມາ, GDP ຂອງປະເທດເຮົາ ຂະຫຍາຍຕົວສະເລ່ຍໃນລະດັບ 4.6% (ໂຕເລກສະຫຼຸບ 9 ເດືອນ) ຊຶ່ງຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມແຜນ (ສະພາແຫ່ງຊາດ ຮັບຮອງ 4.5%) ໂດຍໄດ້ແຮງຍູ້ຈາກຂະແໜງບໍລິການ, ການຂົນສົ່ງ ແລະ ການຂາຍຍົກ-ຂາຍຍ່ອຍ.
ປັດໄຈຕົ້ນຕໍ ທີ່ເຮັດໃຫ້ໂຕເລກຂອງ GDP ເພີ່ມຂຶ້ນ ແມ່ນຂະແໜງບໍລິການ, ການຂົນສົ່ງ ແລະ ການຂາຍຍົກ- ຂາຍຍ່ອຍ; ໃນນັ້ນ, ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນ ຈາກການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ຊຶ່ງເຮັດໃຫ້ມີນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດເດີນທາງທ່ອງທ່ຽວໃນ ສປປ ລາວ ລວມທັງໝົດຫຼາຍກວ່າ 5 ລ້ານເທື່ອຄົນ, ສ້າງລາຍຮັບໝູນວຽນໄດ້ຫຼາຍກວ່າ 1 ພັນລ້ານໂດລາ ໂດຍສະ ເພາະນັກທ່ອງທ່ຽວພາຍໃນ ເຫັນວ່າບັນລຸໄດ້ເກີນແຜນຂອງປີ (127%). ນອກນັ້ນ, ຂະແໜງກະສິກໍາ, ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ກໍ່ສ້າງ ກໍມີການຂະຫຍາຍຕົວດີສົມຄວນ ອັນພົ້ນເດັ່ນ ແມ່ນການຜະລິດສະບຽງອາຫານ ຮອດປັດຈຸບັນ ສາມາດປະຕິບັດໄດ້ 3,185.10 ຕື້ກີບ ເທົ່າກັບ 74.66% ຂອງແຜນ ການປີ; ການຜະລິດແຮ່ທາດ ທັງຮູບແບບປົກກະຕິ ແລະ ທົດ ລອງປະຕິບັດໄດ້ 34,000 ກວ່າຕື້ກີບ ເທົ່າກັບ 127.52% ແຜນການປີ.
ທ່ານ ນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ສໍາລັບມູນຄ່າການຄ້າຕ່າງປະເທດ ປະຕິບັດໄດ້ 13,798.33 ລ້ານໂດລາ, ເທົ່າກັບ 86.19% ຂອງ ແຜນການປີ (16,010.09 ລ້ານໂດລາ); ໃນນັ້ນ, ມູນຄ່າການສົ່ງອອກ ປະຕິບັດໄດ້ 7,314.85 ລ້ານໂດລາ, ເທົ່າ ກັບ 83.84% ຂອງແຜນການປີ (8,724.33 ລ້ານໂດລາ), ມຸນຄ່າການນໍາເຂົ້າ ປະຕິບັດໄດ້ 6,483.48 ລ້ານໂດລາ ເທົ່າກັບ 88.99% ຂອງແຜນການປີ (7,285.76 ລ້ານໂດລາ). ອັນພົ້ນເດັ່ນແມ່ນການສົ່ງອອກຜະລິດຕະພັນກະສິກໍາ ປະຕິບັດໄດ້ 1 ພັນກວ່າລ້ານໂດລາ ເທົ່າກັບ 86.94% ຂອງແຜນການປີ.
ສ່ວນດ້ານການລົງທຶນ ໃນໄລຍະ 9 ເດືອນຜ່ານມາ ປະຕິບັດໄດ້ 69,110.57 ຕື້ກີບ ລື່ນແຜນ 22%; ໃນນີ້, ການລົງທຶນຈາກງົບປະມານຂອງລັດ ປະຕິບັດໄດ້ 4,013.41 ຕື້ກີບ ເທົ່າກັບ 80% ຂອງແຜນການ ແລະ ການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 2.61 ຕື້ໂດລາ ເທົ່າກັບ 56,132.25 ຕື້ກີບ ຫຼື ເທົ່າກັບ 173% ຂອງແຜນການ.