ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

Oct 26, 2024

ການກໍ່ສ້າງໂຄງການຕ່າງໆ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ໃນສົກປີ 2023-2024 ພວມສືບຕໍ່ກໍ່ສ້າງ ແລະ ພັດທະນາ ແລະ ສຳເລັດເປັນສ່ວນໃຫຍ່ ເປັນຕົ້ນແມ່ນ ໂຄງການກໍ່ສ້າງໃໝ່ ແລະ ໂຄງການສືບຕໍ່ແຕ່ ລະໂຄງການ ແມ່ນໄດ້ລົງມືກໍ່ສ້າງໄປຢ່າງເຄັ່ງຮ້ອນ ເຊັ່ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຂະຫຍາຍ ແລະ ສ້ອມແປງເສັ້ນທາງພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ສຳເລັດໄປແລ້ວ 90%, ໂຄງການກໍ່ສ້າງໂຮງແຮມດາວດອກງິ້ວຄຳ, ຣີສອດສະໜາມກ໊ອຟພູກິ່ມລົມ, ສະໜາມບິນສາກົນບໍ່ແກ້ວ,ໂຮງຮຽນປະຖົມດອກງິ້ວຄຳ (ອະນຸບານ-ສາມັນ) ທ່າເຮືອນ້ຳເລິກຂົນສົ່ງສິນຄ້າສາມຫຼ່ຽມຄຳແມ່ນສໍາເລັດ 100%, ທ່າເຮືອຂົນສົ່ງສິນຄ້າບ້ານມອມ ກຳລັງກໍ່ສ້າງ, ໂຄງການກໍ່ສ້າງຕະຫຼາດນ້ຳວັດທະນະ ທຳສາກົນ ສໍາເລັດ70%,ໂຄງການກໍ່ສ້າງດ່ານສາກົນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ສໍາເລັດ, ໂຄງການກໍ່ສ້າງ ແລະ ປັບປຸງໂຮງແຮມສວນດອກງິ້ວຄຳ ສໍາເລັດ 100%, ສູນບຳບັດນ້ຳເສຍ 80%, ໂຄງການກໍ່ສ້າງສວນສາທາລະນະແຄມຂອງ ສຳ ເລັດ 80 %, ກໍ່ສ້າງຫ້ອງການປ້ອງກັນຄວາມສະຫງົບ-ປອດໄພ,ໂຄງການກໍ່ສ້າງໂຮງ ງານນ້ຳປະປາແຫ່ງໃໝ່ສໍາເລັດ 100%, ໂຄງການກໍ່ສ້າງທີ່ພັກອາໄສ ແລະ ໂຄງການອື່ນໆຈຳນວນໜື່ງ.
ປະຈຸບັນ,ບັນດາໂຄງການຕ່າງໆ ໄດ້ຮັບການກໍ່ສ້າງສຳເລັດ ເປັນສ່ວນໃຫຍ່ ຄາດວ່າການກໍ່ສ້າງແມ່ນຈະໃຫ້ສຳເລັດ 100% ໃນທ້າຍປີ 2024 ນີ້.
ພາບ-ຂ່າວ: ນັກຂ່າວ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ