ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຈັດພິທີຮັບເອົາງົວພັນຊີ້ນຄືນຈາກໂຄງການມີສ່ວນຮ່ວມກັບຊາວກະສິກຳ ບ້ານ ນ້ຳຟ້າ

Oct 13, 2024

ວັນທີ 10 ຕຸລາ 2024, ບໍລິສັດກະສິກຳດອກງິ້ວຄຳ ໄດ້ຈັດພິທີຮັບເອົາງົວພັນຊີ້ນຄືນຈາກໂຄງການມີສ່ວນຮ່ວມກັບຊາວກະສິກຳ ບ້ານນ້ຳຟ້າ ຂື້ນຢ່າງຈົບງາມ, ໂດຍໂຄງການລ້ຽງງົວພັນຊີ້ນຂອງການຮ່ວມມືລະຫວ່າງ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສປປ ລາວ “ບໍລິສັດ + ຊາວກະສິກຳ” ເຊີ່ງເປັນໂຄງການທີ່ ບໍລິສັດກະສິກຳດອກງິ້ວຄຳ ໄດ້ຮ່ວມມືກັບອົງການຈັດຕັ້ງ ແຂວງບໍ່ແກ້ວ ຈັດຂຶ້ນ ເພື່ອຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ໃນນີ້ ບໍລິສັດໄດ້ສະໜອງງົວພັນຊີ້ນ ແລະ ພ້ອມທັງໃຫ້ການຊ່ວຍ ເຫຼືອດ້ານເຕັກນິກ ແລະ ຄຳແນະນຳການລ້ຽງແບບຄົບ ວົງຈອນໃຫ້ແກ່ປະຊາຊົນທີ່ສະໝັກໃຈເຂົ້າຮ່ວມໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ. ມອບໃຫ້ປະຊາຊົນເປັນຜູ້ຮັບຜິດຊອບໃນການຂະຫຍາຍພັນ ແລະ ການລ້ຽງງົວພັນຊີ້ນ, ພາຍຫຼັງທີ່ງົວພັນຊີ້ນມີນ້ຳໜັກຮອດເກນທີ່ເໝາະສົມແລ້ວ ບໍລິສັດ ໄດ້ຮັບຊື້ຄືນຕາມລາຄາຕະຫຼາດ ພ້ອມກັນນັ້ນ, ບໍລິສັດຍັງໄດ້ກຳນົດ ລາຄາພື້ນ ຖານ, ການຮັບຊື້ງົວພັນຊີ້ນຄືນ ເພື່ອຮັບປະກັນ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຢ່າງເຕັມທີ່.
ການຮັບເອົາງົວຄືນໃນຄັ້ງນີ້ ທາງບໍລິສັດ ໄດ້ຮັບຊື້ງົວພັນຊີ້ນຂອງປະຊາຊົນ ຊາວກະສິກຳ ບ້ານນ້ຳຟ້າ ຄືນ 17 ໂຕ, ໂດຍອີງຕາມລາຄາໃນຕະຫຼາດ ປະມານ 70.000 ກີບ/ກິໂລ, ນ້ຳໜັກງົວຈຳນວນນີ້ມີເຖິງ 3.940 ກິໂລ. ປະຈຸບັນ, ບ້ານນ້ຳຟ້າ ຍັງຄົງລ້ຽງ ງົວພັນຊີ້ນ 98 ໂຕ, ຄາດວ່າຈຳນວນງົວຈະເພີ່ມຂື້ນປະມານ 30% ໃນປີໜ້າ.
ຮູບແບບການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລະຫວ່າງ “ບໍລິສັດ + ຊາວກະສິກຳ” ໃນການສຳຫຼວດ ແລະ ປະຕິບັດຂອງໂຄງການ “ການລ້ຽງທົດແທນ, ເພື່ອເປັນສິນຄ້າ, ສ້າງຜົນປະໂຫຍດ ແລະ ແກ້ໄຂຄວາມ ທຸກຍາກຂອງຊາວກະສິກຳ”.
ຂໍ້ມູນ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ