ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຂື່ອນໄຟຟ້ານໍ້າງື່ມ 3 ຈະເປີດການຜະລິດກະແສໄຟຟ້າໃນຕົ້ນປີ 2027

Nov 13, 2024

ເມື່ອບໍ່ດົນມານີ້, ທ່ານ ໂພຄຳ ສິດທິດາລາ ຫົວໜ້າໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 3 ໄດ້ລາຍງານ ໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ຈະກໍ່ສ້າງສຳເລັດ ແລະ ເປີດການຜະລິດກະແສໄຟຟ້າໃນຕົ້ນປີ 2027, ໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ຕັ້ງຢູ່ 3 ເມືອງ ຂອງ 2 ແຂວງ ຄື: ເມືອງພູກູດ ແຂວງຊຽງຂວາງ; ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ເລີ່ມລົງມືກໍ່ສ້າງມາແຕ່ປີ 2013 ຕາມແຜນເບື້ອງຕົ້ນຈະໃຫ້ສຳເລັດ ແລະ ເປີດການຜະລິດກະແສໄຟຟ້າໃນປີ 2021. ແຕ່ເນື່ອງຈາກວ່າ ໂຄງການມີຄວາມຫຍຸ້ງຍາກທາງດ້ານການເງິນ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຖືກໂຈະໄວ້ຊົ່ວຄາວ ແລະ ຈະສືບຕໍ່ກໍ່ສ້າງໃນທ້າຍປີ 2024.
ທ່ານ ໃຫ້ຮູ້ຕື່ມວ່າ: ຖ້າໂຄງການກໍ່ສ້າງດັ່ງກ່າວສຳເລັດ ຈະເປັນເຂື່ອນຫີນຖົມດິນສູງທີ່ສຸດໃນອາຊຽນ(210 ແມັດ), ມີກຳລັງຕິດຕັ້ງທັງໝົດ 480 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 2.345 GWh/ປີ ແລະ ຈະສ້າງຄວາມສະຖຽນລະພາບດ້ານພະລັງງານພາຍໃນປະເທດໄດ້ ເນື່ອງຈາກວ່າໂຄງການມີເປົ້າໝາຍຈະສະໜອງກະແສໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນປະເທດ. ປັດຈຸບັນ ການກໍ່ສ້າງໂຄງການມີຄວາມຄືບໜ້າແລ້ວ 80 ກວ່າ%.
ຂ່າວ: ຄຳແສງ ແກ້ວປະເສີດ