ເວລາ 10 ໂມງວັນທີ 26 ທັນວານີ້, ຄຽງຄູ່ກັບຂະບວນລົດໄຟຄວາມໄວສູງຖ້ຽວ C9309 ແລ່ນອອກຈາກສະຖານີເຢນອ່ານ ແຂວງສ້ານຊີ່ຈີນ, ທາງລົດໄຟຄວາມໄວສູງນະຄອນຊີ່ອ່ານ-ນະຄອນເຢນອ່ານ ແຂວງສ້ານຊີ່ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໄດ້ເຮັດໃຫ້ເຢນອ່ານ ເຊິ່ງເປັນຖານທີ່ໝັ້ນຂອງການປະຕິວັດເກົ່າເຂົ້າສູ່ຍຸກທາງລົດໄຟຄວາມໄວສູງຮຽບຮ້ອຍແລ້ວ. ນັບມາຮອດເວລານີ້, ໄລຍະທາງລົດໄຟຄວາມໄວສູງຂອງຈີນບັນລຸ 50.000 ກິໂລແມັດ, ຫຼາຍກວ່າໄລຍະທາງລວມທັງໝົດຂອງບັນດາປະເທດໃນໂລກ ເຊິ່ງສະແດງໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນທີ່ສຸດຂອງຈີນໃນການພັດທະນາທາງລົດໄຟຄວາມໄວສູງ.

ຈີນຍຶດໝັ້ນການຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ເຮັດໃຫ້ການອອກເດີນທາງຂອງປະຊາຊົນນັບມື້ມີຄວາມສະດວກກວ່າເກົ່າ. ເຄັດລັບແກນກາງຂອງການພັດທະນາທາງລົດໄຟຄວາມໄວສູງ ແມ່ນເພື່ອໃຫ້ບໍລິການແກ່ການອອກເດີນທາງຢ່າງສະດວກສະບາຍຂອງປະຊາຊົນທົ່ວໄປ. ປັດຈຸບັນ, ຢູ່ຈີນສາມາດເດີນທາງໄປຮອດຈຸດໝາຍປາຍທາງທີ່ມີໄລຍະທາງ 500 ກິໂລແມັດພາຍໃນເວລາ 1-2 ຊົ່ວໂມງ, ສາມາດເດີນທາງໄປກັບໃນໄລຍະທາງ 1.000 ກິໂລແມັດພາຍໃນມື້ດຽວ. ຕົວເມືອງໃຫຍ່ຢູ່ຈີນ 97% ໄດ້ມີທາງລົດໄຟຄວາມໄວສູງເຊື່ອມຕໍ່, ໃຫ້ບໍລິການແກ່ຜູ້ໂດຍສານເກືອບ 10 ລ້ານຄົນຕໍ່ວັນ, ໃນນັ້ນລວມເຖິງພະນັກງານທີ່ເດີນທາງໄປເຮັດວຽກ, ຄົນທີ່ໄປຢາມພີ່ນ້ອງ, ນັກຮຽນທີ່ໄປທັດສະນະສຶກສາ ແລະອື່ນໆ, ທາງລົດໄຟຄວາມໄວສູງໄດ້ເຮັດໃຫ້ “ໄລຍະທາງທີ່ໄກ” ຫຼຸດລົງເຫຼືອ “ເວລາສັ້ນ”, ເຮັດໃຫ້ “ປະເທດຈີນທີ່ເຄື່ອນທີ່” ເຕັມໄປດ້ວຍບັນຍາກາດດຳລົງຊີວິດທີ່ມີຊີວິດຊີວາ.

“ທ່າແຮງດ້ານລະບົບ” ເຮັດໃຫ້ແຜນການດ້ານມະຫາພາກບັນລຸຜົນເປັນຈິງ. ການສ້າງເສັ້ນທາງລົດໄຟຄວາມໄວສູງບໍ່ໄດ້ງ່າຍຄື “ການປູລາງ ແລະ ການກໍ່ສ້າງຂົວ” ເພາະຕ້ອງຜ່ານຜ່າຄວາມຫຍຸ້ງຍາກດ້ານທໍລະນີສາດທີ່ຊັບຊ້ອນ, ປະສານສົມທົບຊັບພະຍາກອນໃນເຂດແຄວ້ນຕ່າງໆ ແລະ ລົງທຶນຢ່າງຫຼວງຫຼາຍ, ແຕ່ລະບາດກ້າວຕ່າງກໍມີຄວາມຫຍຸ້ງຍາກ. ແຕ່ປະເທດຈີນສາມາດສ້າງໂຄງຮ່າງຫຼັກຂອງເຄືອຂ່າຍທາງລົດໄຟຄວາມສູງຢ່າງເປັນລະບຽບ ໂດຍອີງໃສ່ຄວາມສາມາດໃນການປະສານງານທົ່ວປະເທດ, ໃນໄລຍະປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14” ໄດ້ສ້າງ ແລະ ເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ 12.000 ກິໂລແມັດ. ຜົນງານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງທ່າແຮງດ້ານລະບົບຂອງຈີນທີ່ສາມາດເຕົ້າໂຮມກຳລັງແຮງເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່.

ນອກນີ້, ທາງລົດໄຟຄວາມໄວສູງຂອງຈີນຍັງໄດ້ເລັ່ງການພັດທະນາຢ່າງດຸນດ່ຽງຂອງຈີນ. ເຄືອຂ່າຍທາງລົດໄຟຄວາມໄວສູງແມ່ນຄືກັບ “ເຄືອຂ່າຍສ້າງຄວາມຮັ່ງມີ”, ເຊິ່ງບໍ່ພຽງແຕ່ເຊື່ອມຕໍ່ກຸ່ມຕົວເມືອງຕ່າງໆທີ່ຈະເລີນຮຸ່ງເຮືອງ ເຊັ່ນ: ປັກກິ່ງ-ທຽນສິນ-ເຮີເປີຍ, ສາມລ່ຽມແມ່ນ້ຳຢາງຊີກຽງ ແລະອື່ນໆເທົ່ານັ້ນ, ຍັງໄດ້ສ້າງສະຖານີລົດໄຟຄວາມໄວສູງຢູ່ເຂດຫ່າງໄກສອກຫຼີກອີກດ້ວຍ. ຜະລິດຕະພັນຢູ່ເຂດພູດອຍສາມາດຂົນສົ່ງໄປທົ່ວປະເທດໂດຍລົດໄຟຄວາມໄວສູງ; ຊາວໜຸ່ມທີ່ຢູ່ຕົວເມືອງຫ່າງໄກສອກຫຼີກ ສາມາດຂີ່ລົດໄຟເພື່ອສະແຫວງຫາຄວາມໃຝ່ຝັນຢູ່ຕົວເມືອງໃຫຍ່; ອຸດສາຫະກຳ ແລະ ເຕັກໂນໂລຊີຢູ່ຕົວເມືອງໃຫຍ່ກໍສາມາດຂະຫຍາຍໄປສູ່ເຂດອ້ອມຂ້າງໂດຍຜ່ານທາງລົດໄຟຄວາມໄວສູງ. ຈັງຫວະການພັດທະນາທີ່ “ບໍ່ໃຫ້ຜູ້ໃດຕົກແຖວ” ນັ້ນ ໄດ້ເຮັດໃຫ້ການເຄື່ອນທີ່ຂອງຊັບພະຍາກອນມີຄວາມລຸລ່ວງກວ່າເກົ່າ ແລະ ການພັດທະນາຢູ່ເຂດແຄວ້ນຕ່າງໆມີຄວາມດຸນດ່ຽງກວ່າເກົ່າ, ນີ້ກໍຄືພຶດຕິກໍາຕົວຈິງຂອງ “ການເຂົ້າສູ່ຄວາມຮັ່ງມີຮ່ວມກັນ” ຂອງຄວາມທັນສະໄໝແບບຈີນ.

ສ່ວນເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ອິນໂດເນເຊຍ ໄດ້ກາຍເປັນໂຄງການເປັນແບບຢ່າງທີ່ນຳໃຊ້ເຕັກໂນໂລຊີ, ມາດຕະຖານ ແລະ ປະສົບການດ້ານທາງລົດໄຟຄວາມໄວສູງຂອງຈີນ, ຍິ່ງເປັນການປະຕິບັດແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 62 ລ້ານ 5 ແສນເທື່ອຄົນ, ຂົນສົ່ງສິນຄ້າ 72 ລ້ານ 5 ແສນໂຕນ, ໃຫ້ບໍລິການແກ່ 19 ປະເທດ ແລະ ເຂດແຄວ້ນ, ເຮັດໃຫ້ໝາກກ້ຽງຂອງລາວ, ກາເຟຂອງແຂວງຢຸນນານຈີນ ແລະ ສິນຄ້າອື່ນໆ ສາມາດໄປສູ່ຕະຫຼາດທົ່ວໂລກໃຫ້ໄວກວ່າເກົ່າ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ; ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປັນທາງລົດໄຟຄວາມໄວສູງສາຍທຳອິດຢູ່ອາຊີຕາເວັນອອກສຽງໃຕ້, ເຮັດໃຫ້ການເດີນທາງລະຫວ່າງນະຄອນຫຼວງຈາກາຕາໄປຫານະຄອນບັນດຸງຂອງອິນໂດເນເຊຍຫຼຸດລົງຈາກ 3 ຊົ່ວໂມງເຫຼືອພຽງ 46 ນາທີ, ອັດຕາການໃຊ້ບ່ອນນັ່ງໂດຍສານໃນມື້ດຽວສູງສຸດມີເຖິງ 99,6%. ນີ້ບໍ່ພຽງແຕ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການອອກເດີນທາງຂອງປະຊາຊົນທ້ອງຖິ່ນເທົ່ານັ້ນ, ຍັງໄດ້ເຮັດໃຫ້ນັກທ່ອງທ່ຽວຢູ່ລຽບຕາມເສັ້ນທາງເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຮັດໃຫ້ເຂດດັ່ງກ່າວກາຍເປັນເຂດເສດຖະກິດທີ່ມີຊີວິດຊີວາຫຼາຍສົມຄວນ.

ປັດຈຸບັນ, ເສັ້ນທາງລົດໄຟຄວາມໄວສູງທີ່ມີໄລຍະທາງທັງໝົດ 50.000 ກິໂລແມັດ ໄດ້ກາຍເປັນເຄືອຂ່າຍການຄົມມະນາຄົມຄວາມໄວສູງທີ່ປົກຄຸມທົ່ວປະເທດຈີນ ເຊິ່ງບໍ່ພຽງແຕ່ເປັນສັນຍາລັກຂອງຄວາມໄວຂອງຈີນເທົ່ານັ້ນ, ຍັງເປັນການເພີ່ມຊີວິດອັນດີງາມຂອງປະຊາຊົນຈີນຫຼາຍຮ້ອຍລ້ານຄົນ. ໃນອະນາຄົດ, ເຄືອຂ່າຍດັ່ງກ່າວຈະມີຄວາມໜາແໜ້ນກວ່າເກົ່າ, ຂົນສົ່ງປະຊາຊົນຈີນ ແລະ ປະຊາຊົນປະເທດໃກ້ຄຽງ ເດີນທາງໄປສູ່ສະຖານທີ່ຫ່າງໄກຢ່າງສະດວກວ່ອງໄວກວ່າເກົ່າ.


