ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຄື່ອນໄຫວກວດກາ 10 ວັນ ພົບຜູ້ລະເມີດລະບຽບຈະລາຈອນກວ່າ 50 ຄັນ

Jan 30, 2025

ຕາມການໃຫ້ສຳພາດຂອງ ທ່ານ ຄອນສະຫວັນ ຄຳນວນ ວິຈິດ, ຫົວໜ້າຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ຕໍ່ໜັງສືພິມສະຫວັນພັດທະນາເມືີອບໍ່ດົນມານີ້ ໃຫ້ຮູ້ວ່າ: ໃນໂອກາດທີ່ທ່ານ ພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດການກວດ ກາລົດຂົນ ສົ່ງສິນຄ້າ ແລະລົດໂດຍສານທີ່ຈຸດກວດກາສະຖານີຕິດຊັ່ງນໍ້າ ໜັກກິໂລແມັດທີ 38 ເມືອງຈໍາພອນ.
ການລົງກວດກາໃນໄລຍະ 10 ວັນດ ໂດຍໄດ້ສຸ່ມກວດກາຕາມເປົ້າໝາຍໄດ້ທັງໝົດ 172 ຄັນ; ໃນນັ້ນ: ລົດຂົນສົ່ງ 11 ຄັນ, ລົດໂດຍສານ 55 ຄັນ; ພົບເຫັນລົດທິ່ລະເມີດລະບຽບການທັງ ໝົດ ຈໍານວນ 52 ຄັນ ໃນນັ້ນ: ລົດ ຂົນສົ່ງ 41ຄັນ, ລົດໂດຍ ສານ 11ຄັນ, ໄດ້ສຶກອົບຮົມຕັກເຕືອນ 52 ຄັນ, ປັບໃໝ 16 ຄັນ, ມີລົດຂົນສົ່ງ 15 ຄັນ, ໂດຍສານ 1 ຄັນ, ຄິດໄລ່ປັບໄໝເປັນເງິນ ທັງໝົດ 101 ລ້ານກວ່າກີບ.
ເງິນດັ່ງກ່າວ ແມ່ນໄດ້ມອບເຂົ້າບັນຊີຂອງແຂວງແລ້ວທັງໝົດ. ສຳລັບຂໍ້ຫາລະເມີດ ທີ່ພົບແມ່ນ: ບໍ່ມີໃບອະນຸຍາດດໍາເນີນທຸລະ ກິດຂົນສົ່ງ, ລັກລອບແກ່ສິນຄ້າຂາກັບໂດຍບໍ່ໄດ້ຮັບອະນຸຍາດ, ບັນທຸກເຄື່ອງຂອງເກີນຂໜາດ, ຄົນຕ່າງປະເທດຂັບຂີ່ລົດລາວບໍ່ໄດ້ຮັບອະນຸຍາດ, ເອກະ ສານລົດບໍ່ຄົບຖ້ວນ, ບໍ່ຖືເອກະສານຕິດມານໍາລົດ ແລະອື່ນໆ.
ທ່ານ ຄອນສະຫວັນ ຄໍາ ນວນວິຈິດ ບອກໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງ ເຄື່ອນໄຫວກວດກາຕາມເສັ້ນທາງເລກ ທີ 9 ຢູ່ເຂດເມືອງ ເຊໂປນ ແລະເຂດເມືອງຕ່າງໆ ເພື່ອສະກັດກັ້ນປະກົດການລະ ເມີດລະບຽບກົດໝາຍໃຫ້ຫຼຸດ ໜ້ອຍລົງ; ສືບຕໍ່ກວດກາ ແລະ ສຶກສາອົບຮົມຜູ້ຂັບຂີ່ພາຍໃນ ແລະຕ່າງປະເທດໃຫ້ປະຕິບັດຕາມກົດໝາຍ, ລະບຽບການ ແລະແຈ້ງການຂອງທ່ານເຈົ້າແຂວງຢ່າງເຂັ້ມງວດ.
ທີ່ມາ: ສະຫວັນພັດທະນາ ຂ່າວ