ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຄື່ອນໄຫວຕິດຕາມແກ້ໄຂບັນຫາສຽງເນືອງນັນ ຢູ່ເມືອງໄຊທານີ ແລະ ເມືອງໄຊເສດຖາ

Apr 9, 2024

ວັນທີ 6 ເມສາ 2024 ຄະນະສະເພາະກິດແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ບັນເທິງ ຢູ່ນະຄອນຫຼວງວຽງຈັນ (ຈຸທີ2) ນຳໂດຍທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມແກ້ໄຂບັນຫາສຽງເນືອງນັນ ຢູ່ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ຜ່ານການລົງຕິດຕາມກວດກາຕົວຈິງໄດ້ພົບເຫັນຮ້ານທີ່ຍັງລະເມີດການເປີດ-ປິດບໍລິການກາຍໂມງເວລາກຳນົດ ແລະ ມີສຽງດັງເນືອງນັນທີ່ບໍ່ຖືກຕ້ອງຕາມລະບຽບການໃນນັ້ນປະກອບມີ: ຮ້ານເຣດ 9199 ຮ້ານຕົ້ນຕໍເຫຼົ້າ ຮ້ານພ້ອມເພັງ ຮ້ານທ໋ອບວັນ ແລະ ຮ້ານປີ້ງເປັດຖິງຖິງ ຈາກນັ້ນທາງເຈົ້າໜ້າທີ່ຄະນະສະເພາະກິດ ຈຶ່ງໄດ້ເຮັດບົດບັນທືກ ແລະ ອອກໜັງສືເຊີນໃຫ້ເຈົ້າຂອງທຸລະກິດດັ່ງກ່າວໄປຮັບຟັງຄຳແນະນຳກ່າວເຕືອນຕາມລະບຽບຂັ້ນຕອນຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ພັນໂທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງບັນດາຮ້ານທີ່ຍັງບໍ່ປະຕິບັດ ແລະ ໃຫ້ການຮ່ວມມືກັບຄະນະສະເພາະກິດ ຕ້ອງເປັນເຈົ້າການເອົາໃຈປະຕິບັດຕາມລະບຽບຢ່າງເຂັ້ມງວດ ພ້ອມນີ້ ໃຫ້ປະຊາຊົນມີສ່ວນຮ່ວມນຳກັນໂດຍສະເພາະການຊ່ວຍຕິດຕາມ ແລະ ສົ່ງຂ່າວຕໍ່ເຈົ້າໜ້າທີ່ ຖ້າຫາກພົບເຫັນການເຄື່ອນໄຫວບໍ່ຖືກຕ້ອງໄດ້ແຈ້ງກັບເຈົ້າໜ້າທີ່ ເພື່ອແນໃສ່ແກ້ ໄຂບັນຫາສຽງເນືອງນັນຈາກທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງໃນນະຄອນຫຼວງວຽງຈັນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.